ຂ່າວສານ

ມີເອກະສານລ້ຳຄ່າຫຼາຍຢ່າງໄດ້ວາງສະແດງຢູ່ງານວາງສະແດງທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2022

ງານວາງສະແດງໄດ້ວາງສະແດງເອກະສານທີ່ລ້ຳຄ່າຄືເອກະສານວັນນະກຳ ແລະ ແຜນທີບູຣານ, ແຜນທີບູຮານຂອງ ຈີນ ທີ່ບໍ່ມີ ຮ່ວາງຊາ ແລະ ເຈື່ອງຊາ
  (ງານວາງສະແດງໄດ້ວາງສະແດງເອກະສານທີ່ລ້ຳຄ່າ)  

 ວັນທີ 14 ມີນາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດຊາດນະຄອນ ໂຮ່ຈີມິນ ໄດ້ໄຂງານວາງສະແດງ “ທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2022” ເນື່ອງໃນໂອກາດສະເຫຼີມສະຫຼອງ 34 ປີແຫ່ງວັນທະຫານເຮືອ 64 ຄົນເສຍສະຫຼະຊີວິດຢູ່ເກາະ ກາກມາ (14 ມີນາ 1988 – 14 ມີນາ 2022).

ງານວາງສະແດງໄດ້ວາງສະແດງເອກະສານທີ່ລ້ຳຄ່າຄືເອກະສານວັນນະກຳ ແລະ ແຜນທີບູຣານ, ແຜນທີບູຮານຂອງ ຈີນ ທີ່ບໍ່ມີ ຮ່ວາງຊາ ແລະ ເຈື່ອງຊາ, ບັນດາແຜນທີຂອງຝ່າຍຕາເວັນຕົກມີສະຖານທີ່ ຮ່ວາງຊາ ແລະ ເຈື່ອງຊາ, ແຜນທີສະໄໝແອກປົກຄອງຂອງ ຝລັ່ງ ມີ ຮ່ວາງຊາ ແລະ ເຈື່ອງຊາ ບັນດາແຜນທີມີຮູບພາບທະເລໝູ່ເກາະ ຫວຽດນາມ ນັບແຕ່ປີ 1975 ມາຮອດປະຈຸບັນ… ນອກນັ້ນ, ຜູ້ມາຢ້ຽມຊົມຍັງໄດ້ຮັບຊົມຮູບຈຳລອງກ່ຳປັ່ນ 7 ລຳຂອງທະຫານເຮືອ ຫວຽດນາມ ຜ່ານສະໄໝປະຫວັດສາດຕ່າງໆ. ພ້ອມກັນນັ້ນແມ່ນເອກະສານ, ປື້ມ, ໜັງສືພິມ, ພາບຖ່າຍ ແລະ ວີດີໂອເອກະສານອື່ນຫຼາຍຢ່າງທີ່ກ່ຽວຂ້ອງເຖິງເນື້ອໃນທະເລ, ໝູ່ເກາະ ຫວຽດນາມ. ງານວາງສະແດງໄດ້ດຳເນີນແຕ່ວັນທີ 14 ມີນາ ຮອດວັນທີ 20 ມີນາ.



top