ຂ່າວສານ

ມີເງິນສະໜັບສະໜູນ ແລະ ຈົດທະບຽນບໍລິຈາກໃຫ້ແກ່ການສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເປັນຈຳນວນຫຼາຍກ່ວາ 1.900 ຕື້ດົ່ງ (ກ່ວາ 80.8 ລ້ານ USD)

      ວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນສະໜັບສະໜູນຈາກ ສະຖານທູດໄທປະຈຳ ຫວຽດນາມ ເຊິ່ງມີທັງເງິນສົດ  ແລະ ວັດຖຸສິ່ງຂອງຕ່າງໆ ລວມມີມູນຄ່າ 1,7 ຕື້ດົ່ງ (ກ່ວາ 72 ພັນ USD).

ທ່ານເຈິ່ນແທັງເໝິນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮັບການສະໜັບສະໜູນ
ຈາກສະຖານທູດ ໄທປະຈຳຫວຽດນາມ (ພາບ:
 dangcongsan.vn)
      ໂດຍສະແດງຄວາມຂອບໃຈຕໍ່ນ້ຳໃຈຂອງທ່ານເອກອັກຄະລັດຖະທູດໄທ ພ້ອມກັບບັນດາວິສາຫະກິດໄທຢູ່ ຫວຽດນາມ, ທ່ານເຈິ່ນແທັງເໜິນ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດເບື້ອງຕົ້ນຂອງປະເທດໄທ ໃນການປ້ອງກັນ, ສະກັດກັ້ນໂລກະລາດ Covid – 19, ພ້ອມທັງຢັ້ງຢືນວ່າ ຜົນສຳເລັດເຫຼົ່ານີ້ໄດ້ປະກອບສ່ວນ, ຮ່ວມແຮງຮ່ວມໃຈກັບບັນດາປະເທດ ອາຊຽນຍູ້ໂລກລະບາດໃຫ້ຖອຍໄປ, ເພື່ອແນໃສ່ຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ການພົວພັນການຄ້າລະຫວ່າງບັນດາປະເທດໃນພາກພື້ນໂດຍໄວ.
            ດັ່ງນັ້ນ, ພາຍຫຼັງ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມປຸກລະດົມ “ທົ່ວປວງຊົນເຂົ້າຮ່ວມການສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19” ມາເປັນເວລາ 40 ວັນ, ມາຮອດປັດຈຸບັນ, ຈຳນວນເງິນ, ວັດຖຸສິ່ງຂອງ, ອຸປະກອນຂອງບັນດາອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນ ແມ່ນຂຶ້ນເຖິງ 1.900 ກ່ວາຕື້ດົ່ງ (ປະມານກ່ວາ 80.8 ລ້ານ USD )
 (ແຫຼ່ງຄັດຈາກ VOV)


top