ຂ່າວສານ

ມີເກືອບ 9.5 ລ້ານຄົນຕິດເຊື້ອພະຍາດໂຄວິດ 19 ໄດ້ຮັບການປິ່ນປົວຫາຍດີເປັນ ປົກກະຕິ

ໃນວັນທີ 3 ມິຖຸນາ, ຫວຽດນາມ ໄດ້ຮັບຮູ້ມີຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ຕື່ມອີກ1.039 ຄົນ.

ໃນວັນທີ 3 ມິຖຸນາ, ຫວຽດນາມ ໄດ້ຮັບຮູ້ມີຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ຕື່ມອີກ1.039 ຄົນ.

   

ພາບປະກອບ

ຕາມກະຊວງສາທາລະນະສຸກຫວຽດນາມ ແລ້ວ, ປະຈຸບັນ, ຫວຽດນາມ ມີກ່ວາ 1.19 ລ້ານຄົນຕິດເຊື້ອພະຍາດໂຄວິດ 19 ພວມໄດ້ຮັບການປິ່ນປົວ, ຕິດຕາມອາການ ແລະ ມີເກືອບ 9.5 ລ້ານຄົນຕິດເຊື້ອພະຍາດໂຄວິດ 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.

   ໃນວັນທີ 3 ມິຖຸນາ, ຫວຽດນາມ ໄດ້ຮັບຮູ້ມີຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ຕື່ມອີກ1.039 ຄົນ. ຕາມກະຊວງສາທາລະນະສຸກ, ຈຳນວນຜູ້ຕິດເຊື້ອໃໝ່, ອາການໜັກ, ຈຳນວນຜູ້ເສຍຊີວິດມີທ່າອ່ຽງຫລຸດລົງຢ່າງແຮງຢູ່ບັນດາແຂວງນະຄອນເກືອບທັງໝົດ.

   ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບຮູ້ວ່າມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 10.7 ລ້ານຄົນ, ຢືນອັນດັບທີ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນ. ໃນຂະນະນັ້ນ, ໄລ່ຮອດວັນທີ 4 ມິຖຸນາ, ໂລກໄດ້ຮັບຮູ້ມີກ່ວາ 534.2 ລ້ານ ຄົນຕິດເຊື້ອພະຍາດໂຄວິດ 19 ແລະ ມີຜູ້ເສຍຊີວິດກ່ວາ 6.3 ລ້ານຄົນ.

(ແຫຼ່ງຄັດຈາກ VOV)


top