ຂ່າວສານ

ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂ່ຳ​ນັບ​ຮັບ​ຕ້ອນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ການ​ປະ​ຕິ​ບັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ 2 ກັນ​ຍາ

ລາຍການແມ່ນການປະສົມປະສານຂອງນ້ຳໃຈຮັກຊາດ, ແມ່ນສະຖານທີ່ຂອງຊາວຫວຽດນາມນັບລ້ານໆຄົນ ພ້ອມກັນເຊື່ອມຕົວພາຍໃຕ້ທຸງແດງດາວຄຳ.
ລາຍການສະແດງສິລະປະການເມືອງ “ປະເທດຊາດໃນຫົວໃຈ” (ພາບ: ຄະນະຈັດຕັ້ງ)
ຕອນຄ່ຳວັນທີ 10 ສິງຫາ, ຢູ່ສະໜາມກິລາແຫ່ງຊາດ ໝິດິ່ງ (ຮ່າໂນ້ຍ), ໜັງສືພິມເຍິນເຢິນ ສຽງຂອງພັກກອມມູນິດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຈັດລາຍການສະແດງສິລະປະການເມືອງ “ປະເທດຊາດໃນຫົວໃຈ”. ນີ້ແມ່ນເຫດການວັດທະນະທຳ - ການເມືອງເພື່ອແນໃສ່ສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945- 2/9/2025). ລາຍການແມ່ນການປະສົມປະສານຂອງນ້ຳໃຈຮັກຊາດ, ແມ່ນສະຖານທີ່ຂອງຊາວຫວຽດນາມນັບລ້ານໆຄົນ ພ້ອມກັນເຊື່ອມຕົວພາຍໃຕ້ທຸງແດງດາວຄຳ. ດ້ວຍສານທີ່ວ່າ “ປະເທດຊາດບໍ່ຢູ່ໃສໄກ - ປະເທດຢູ່ໃນຫົວໃຈຂອງແຕ່ລະຄົນ”. ແລະກໍ່ໃນຕອນຄ່ຳວັນທີ 10 ສິງຫາ, ຢູ່ສູນວາງສະແດງ ຫວຽດນາມ, ຮ່າໂນ້ຍ ໄດ້ດຳເນີນເຫດການສະແດງດົນຕີ “V Fest - ໄວໜຸ່ມທີ່ຟົດຟື້ນ”. ຈຸດພົ້ນເດັ່ນ ຂອງເຫດການແມ່ນມີການເຂົ້າຮ່ວມຂອງນັກສິລະປິນທີ່ຊື່ສຽງຫຼາຍຄົນຂອງວົງການບັນເທິງ ຫວຽດນາມ.

top