ຂ່າວສານ

ມີຫຼາຍວິສາຫະກິດຕ່າງປະເທດ ຢາກມາລົງທຶນຢູ່ ຫວຽດນາມ ເພື່ອໝູນໃຊ້ທ່າໄດ້ປຽບຂອງ EVFTA

ປັດຈຸບັນມີ 21% ບໍລິສັດ ອິນເດຍ ພວມ ຫຼື ຄາດວ່າ ຈະສ້າງການເຄື່ອນໄຫວຢູ່ອາຊີຕາເວັນອອກສ່ຽງໃຫ້ ມີແຜນການເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ ໃນ 2 ປີຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ມີ 26% ວິສາຫະກິດຈີນ ຢູ່ ຫວຽດນາມ ກໍ່ພວມມຸ່ງໄປເຖິງການໃຫ້ບຸລິມະສິດການເຕີບໂຕຢູ່ທີ່ນີ້.
  ພາບປະກອບ: TTXVN  

 ນີ້ແມ່ນບາງໝາກຜົນຈາກການສຳຫຼວດ “HSBC Navigator: ຈຸດສຸມອາຊີຕາເວັນອອກສ່ຽງໃຕ້” ໂດຍທະນາຄານ HSBC ປະຕິບັດ ສຳລັບບໍລິສັດກ່ວາ 1500 ແຫ່ງ ມາຈາກ 6 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ (ລວມມີ: ຈີນ, ຝລັ່ງ, ເຢຍລະມັນ, ອິນເດຍ, ອັງກິດ ແລະ ອາເມລິກາ) ທີ່ພວມເຄື່ອນໄຫວຫຼື ມີແຜນການເຄື່ອນໄຫວຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນອະນາຄົດ. ການສຳຫຼວດນີ້ໄດ້ພິຈາລະນາຄຳເຫັນຂອງວິສາຫະກິດຕໍ່ການເຄື່ອນໄຫວດຳເນີນທຸລະກິດຢູ່ ອາຊີ ຕາເວັນອອກສ່ຽງໃຕ້, ພິເສດແມ່ນສຸມໃສ່ດ້ານການຄ້າ, ຫັນເປັນດີຈີຕອນ ແລະ ພັດທະນາແບບຍືນຍົງ.

ປັດຈຸບັນມີ 39%ບໍລິສັດອິນເດຍ ເລືອກເອົາ ຫວຽດນາມ ຍ້ອນວ່າ ພື້ນຖານໂຄງລ່າງພັດທະນາ ແລະ 49% ນິຍົມການໜູນຊ່ວຍຂອງລັດຖະບານ ແລະ ສະພາບແວດລ້ອມດ້ານນິຕິກຳ, 36% ບໍລິສັດ ອາເມລິກາໃຫ້ຮູ້ວ່າ ຕະຫຼາດ ນີ້ດຶງດູດເຂົາເຈົ້າ ຍ້ອນວ່າມີຫຼາຍກາລະໂອກາດ ເພື່ອທົດລອງ ແລະ ພັດທະນາຜະລິດຕະພັນ/ວິທີການແກ້ໄຂໃໝ່.

ກ່ຽວກັບບັນຫາພັດທະນາແບບຍືນຍົງຢູ່ ຫວຽດນາມ ບັນດານັກລົງທຶນສາກົນທີ່ພວມເຄື່ອນໄຫວຢູ່ນີ້ກໍ່ໄດ້ຊັ່ງຊາຢ່າງລະອຽດທີ່ສຸດ. ມີ 45%ບໍລິສັດເຄື່ອນໄຫວຢູ່ ຫວຽດນາມ ຖືວ່າ ການເຄື່ອນໄຫວແບບຍືນຍົງແມ່ນສຳຄັນທີ່ສຸດ ເຊິ່ງເຂົາເຈົ້າອາດຈະປະຕິບັດແມ່ນຍົກສູງປະສິດທິຜົນການນຳໃຊ້ພະລັງງານ, 42% ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການໜູນຊ່ວຍປະຊາຄົມທ້ອງຖິ່ນ.


top