ຂ່າວສານ

ມີຫຼາຍຄົນຮັບບາດເຈັບແລະເສຍຊີວິດໃນເຫດເຮືອບິນທະຫານຟີລິບປິນຖືກອຸບັດຕິເຫດ

      ຢ່າງໜ້ອຍສຸດມີ 45 ຄົນເສຍຊີວິດ, ລວມມີທະຫານ 42 ຄົນ ພ້ອມກັນສາມັນຊົນ 3 ຄົນ.
ເຮືອບິນທະຫານຖືກຕົກຢູ່ທາງທິດໃຕ້ ຟີລິບປິນ
(ພາບ: AFP/TTXVN)
      ກ່ຽວຂ້ອງເຖິງເຫດເຮືອບິນທະຫານຖືກຕົກຢູ່ທາງທິດໃຕ້ ຟີລິບປິນ, ວັນທີ 04 ກໍລະກົດ, ກຳລັງປະກອບອາວຸດ ຟີລິບປິນ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີ 45 ຄົນເສຍຊີວິດ, ລວມມີທະຫານ 42 ຄົນ ພ້ອມກັນສາມັນຊົນ 3 ຄົນ. ປະຈຸບັນມີກວ່າ 50 ຄົນຮັບບາດເຈັບ, ສ່ວນຫຼາຍແມ່ນທະຫານ ທີ່ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ, ໃນຂະນະທີ່ຍັງມີ 5 ຄົນຫາຍສາບສູນຢູ່. ຜູ້ປະສົບເຄາະຮ້າຍສ່ວນຫຼາຍແມ່ນບັນດາທະຫານຫາກໍ່ເຂົ້າຮ່ວມການຝຶກອົບຮົມພື້ນຖານດ້ານການທະຫານ ແລະ ໄດ້ຮັບການຜັນຂະຫຍາຍໄປຍັງບັນດາເຂດເກາະຢູ່ທາງພາກໃຕ້ ເພື່ອເຂົ້າຮ່ວມກຳລັງຕ້ານການກໍ່ການຮ້າຍ.
        ເຮືອບິນຖືກອຸບັດຕິເຫດແມ່ນເຮືອບິນຂົນສົ່ງ C-130, ໄດ້ລົງຈອດຢູ່ນອກລານບິນຢູ່ສະໜາມບິນໃນເກາະ Jolo. ກອງທັບ ຟີລິບປິນ ຢືນຢັນວ່າ, ຈະເປີດການສືບສວນກ່ຽວກັບສາຍເຫດພາໄປເຖິງອຸບັດຕິເຫດ ແລະ ບໍ່ສຸມໃສ່ຕາມທິດທີ່ວ່ານີ້ແມ່ນເຫດບຸກໂຈມຕີ.
(ແຫຼ່ງຄັດຈາກ VOV)


top