ຂ່າວສານ

ມີສາມັນຊົນຢູ່ເຂດ ກາຊາ ຢ່າງຫນ້ອຍສຸດ 90 ຄົນຖືກເສຍຊີວິດໃນເວລາ 48 ຊົ່ວໂມງຜ່ານມາ

ວັນທີ 14 ມິຖຸນາ ອົງການການແພດ ປາແລດສະຕິນ ໃຫ້ຮູ້ວ່າ ບັນດາໂຮງໝໍຢູ່ເຂດ ກາຊາ ໄດ້ຮັບຊາກສົບຂອງຊາວ ປາແລດສະຕິນ 90 ຄົນ ແລະ ກວ່າ 600 ຄົນຖືກຮັບບາດເຈັບໃນເວລາ 48 ຊົ່ວໂມງຜ່ານມາ ພາຍຫລັງການບຸກໂຈມຕີຂອງ ອິດສະຣາແອນ ໃສ່ ອີຣານ ແຕ່ຕອນເຊົ້າວັນທີ 13 ມິຖຸນາ.
ຄວັນເກີດຂຶ້ນພາຍຫລັງເຫດລະເບີດ ສັງເກດຈາກຊາຍແດນ ອິດສະຣາແອນ. (ພາບ:REUTERS/Amir Cohen)

ຕາມສຳນັກຂ່າວສານ ປາແລດສະຕິນ (WAFA) ແລ້ວ, ມີຊາວ ປາແລດສະຕິນ ຢ່າງຫນ້ອຍສຸດ 27 ຄົນຖືກເສຍຊີວິດ ແລະ ນັບສີບໆຄົນຖືກຮັບບາດເຈັບໃນວັນທີ 14 ມິຖຸນາ ເມື່ອກຳລັງ ອິດສະຣາແອນ ເພີ່ມທະວີການບຸກໂຈມຕີດ້ວຍປື່ນໃຫຍ່ເຂົ້າທົ່ວເຂດ ກາຊາ, ໃນນັ້ນ ບັນດາການຖິ້ມລະເບີດຮ້າຍແຮງທີ່ສຸດຢູ່ບັນດາເຂດໃຈກາງ. ສຳນັກຂ່າວສານ WAFA ກໍ່ໃຫ້ຂ່າວກ່ຽວກັບເລື່ອງ ກອງທັບອິດສະຣາແອນ ໄດ້ຍິງປືນໃສ່ສາມັນຊົນ ໃກ້ກັບບັນດາບ່ອນຈຳຢາຍເຄື່ອງບັນເທົາທຸກ ຢູ່ໃຈກາງເຂດ ກາຊາ ຊື່ງເຮັດໃຫ້ 15 ຄົນເສຍຊີວິດ ແລະ ຫລາຍຄົນຖືກຮັບບາດເຈັບ.

ການປະທະກັນຢູ່ເຂດ ກາຊາ ມາຮອດປະຈຸບັນ ໄດ້ເຮັດໃຫ້ເກືອບ 55.300 ຄົນເສຍຊີວິດ ແລະ ເກືອບ 128.500 ຖືກຮັບບາດເຈັບ, ສ່ວນຫລາຍແມ່ນແມ່ຍິງ ແລະ ເດັກນ້ອຍ. ໃນຂະນະນັ້ນ ມີ 11.000 ຄົນຍັງຫາຍສາບສູນ.


top