ຂ່າວສານ

ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງແດນມາກຊອກຫາກາລະໂອກາດເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ

ຄວາມຕ້ອງການການຮ່ວມມືໃນບັນດາຂົງເຂດຊື່ງ ແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານ, ກະສິກຳ, ປຸງແຕ່ງອາຫານ, ເຕັກໂນໂລຊີ ຊີວະວິທະຍາ… ນັບມື້ນັບເພີ່ມຂຶ້ນ.

ຄວາມຕ້ອງການການຮ່ວມມືໃນບັນດາຂົງເຂດຊື່ງ ແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານ, ກະສິກຳ, ປຸງແຕ່ງອາຫານ, ເຕັກໂນໂລຊີ ຊີວະວິທະຍາ… ນັບມື້ນັບເພີ່ມຂຶ້ນ. 

    

ທ່ານ ເລືອງແທງຫງີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແດນມາກ ແລະ ເຈົ້າຟ້າຊາຍ Frederik. (ພາບ: TTXVN)

ບົນພື້ນຖານການພົວພັນຄູ່ຮ່ວມມືຮອບດ້ານ, ຫວຽດນາມ ແລະ ແດນມາກ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອເປີດກວ້າງ, ປັບປຸງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືມີຄວາມໝາຍຍຸດທະສາດສຳລັບການພັດທະນາຂອງຫວຽດນາມ ແລະ ເພື່ອຜົນປະໂຫຍດລວມ ຫວຽດນາມ - ແດນມາກໃຫ້ເລິກເຊິ່ງກວ່າ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລືອງແທງຫງີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແດນມາກ ໃນການພົບປະກັບນັກຂ່າວເນື່ອງໃນໂອກາດ ເຈົ້າຟ້າຊາຍ Frederik. ພ້ອມກັບເຈົ້າຍິງ ແດນມາກ ນຳຫນ້າຄະນະນັກທຸລະກິດຢ້ຽມຢາມ ຫວຽດນາມ ແຕ່ວັນທີ 31 ຕຸລາ - 3 ພະຈິກ.

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ຄວາມຕ້ອງການການຮ່ວມມືໃນບັນດາຂົງເຂດຊື່ງ ແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານ, ກະສິກຳ, ປຸງແຕ່ງອາຫານ, ເຕັກໂນໂລຊີ ຊີວະວິທະຍາ… ນັບມື້ນັບເພີ່ມຂຶ້ນ. ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງແດນມາກ ພວມຊອກຫາກາລະໂອກາດເປີດກວ້າງການດຳເນີນທຸລະກິດ, ການຜະລິດ ຢູ່ ຕະຫລາດ ຫວຽດນາມ ໃນໄລຍະຈະມາເຖິງ.  ຫວຽດນາມ ກໍ່ມີຄວາມຕ້ອງການໃຫຍ່ໃນການຮັບກະແສລົງທຶນທີ່ມີຄຸນນະພາບສູງ, ມີເຕັກໂນໂລຊີ ແລະຮູບແບບການຄຸ້ມຄອງທັນສະໄຫມຂອງແດນມາກ.

(ແຫຼ່ງຄັດຈາກ VOV)


top