ຂ່າວສານ

ມີວິສາຫະກິດກວ່າ 83% ມີຄວາມປະເອີບໃຈກ່ຽວກັບແງ່ຫວັງດຳເນີນທຸລະກິດໃນໄຕມາດທີ 3 ປີ 2026

ການສົ່ງອອກກໍ່ມີສັນຍານຕັ້ງໜ້າກວ່າ, ດ້ວຍ 31,2% ວິສາຫະກິດ ຄາດຄະເນວ່າໃບສັ່ງຊື້ໃໝ່ຈະເພີ່ມຂຶ້ນໃນໄຕມາດທີ 3.
(ພາບ: VNA)

ມີ​ວິ​ສາ​ຫະ​ກິດກວ່າ 83% ຄາດ​ຄະ​ເນ​ສະ​ພາບ​ການ​ຜະ​ລິດ, ເນີນ​ທຸ​ລະ​ກິດ​ຈະ​ດີກວ່າ ຫຼື ຮັກ​ສາ​ຄວາ​ມ​ເປັນ​ປົກ​ກະ​ຕິ​ໃນ​ໄຕ​ມາດ​ທີ 3 ປີ 2026. ນີ້​ແມ່ນ​ໝາກ​ຜົນ​ຂອງ​ການ​ສຳ​ຫຼວດ​ທ່າ​ອ່ຽງ​ດຳ​ເນີນ​ທຸ​ລະ​ກິດຫຼ້າ​ສຸດ​ຂອງ​ກົມ​ສະ​ຖິ​ຕິ, ກະ​ຊວງ​ການ​ເງິນ ຫວຽດ​ນາມ. ໃນ​ນັ້ນ, ກຸ່​ມ​ວິ​ສາ​ຫະ​ກິດ​ມີ​ເງິ​ນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໄດ້​ຕັ້ງ​ຄວາມ​ຫວັງ​ຕັ້ງ​ໜ້າ​ທີ່​ສຸດ, ດ້ວຍ 85,2%. ອັດ​ຕາສ່ວນນີ້​ຢູ່ນອກ​ເຂດລັດ​ວິ​ສາ​ຫະ​ກິດ ແລະ ລັດວິ​ສາ​ຫະ​ກິດ​ ແມ່ນ 82,8% ແລະ 80,5% ຕາມ​ລຳ​ດັບ. ຄວາມ​ຫວັງ​ນີ້​ໄດ້​​ຮັບ​ການໜູນ​ຊ່ວຍ​ດ້ານ​ປະ​ລິ​ມານ ແລະ ໃບ​ສັ່ງ​ຊື້. ການ​ສົ່ງ​ອອກກໍ່​ມີ​ສັນ​ຍານ​ຕັ້ງ​ໜ້າກວ່າ, ດ້ວຍ 31,2% ວິ​ສາ​ຫ​ະ​ກິດ ​ຄາດ​ຄະ​ເນ​ວ່າ​ໃບ​ສັ່ງ​ຊື້​ໃໝ່ຈະ​ເພີ່ມ​ຂຶ້ນ​ໃນ​ໄຕ​ມາດ​ທີ 3.

ພ້ອມ​ກັບ​ໝາກ​ຜົນການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ປ​ະ​ເອີບ​ໃຈ​ຢູ່ຫຼາຍ​ວິ​ສາ​ຫະ​ກິດ​ໃຫຍ່​ຫຼ​າຍ ຄື​ຂະ​ແໜງໂລຫະເຫຼັກ, ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ, ປຸ໋ຍ, ຈຳ​ນວນ​ວິ​ສາ​ຫະ​ກິດ​ໄດ້​ສ້າງ​ຕັ້ງ​ໃໝ່ ແລະ ທຶນ​ຈົດ​ທະ​ບຽນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ.


top