ຂ່າວສານ

ມີວິສາຫະກິດກວ່າ 375.000 ແຫ່ງ ດ້ວຍແຮງງານກວ່າ 11,2 ລ້ານຄົນໄດ້ຮັບການໜູນຊ່ວຍຕາມມະຕິເລກທີ 68

      ມີວິສາຫະກິດກວ່າ 375.000 ແຫ່ງ ດ້ວຍແຮງງານກວ່າ 11,2 ລ້ານຄົນໄດ້ຮັບການໜູນຊ່ວຍຕາມມະຕິເລກທີ 68
(ພາບປະກອບ: hanoimoi.com.vn)
      ຕາມອົງການປະກັນໄພສັງຄົມຫວຽດນາມ ແລ້ວ, ມີວິສາຫະກິດກວ່າ 375.000 ແຫ່ງ ດ້ວຍຜູ້ອອກແຮງງານກວ່າ 11,2 ລ້ານຄົນໄດ້ຮັບການໜູນຊ່ວຍຈາກນະໂຍບາຍຫຼຸດຜ່ອນການມອບພັນທະເຂົ້າກອງທຶນປະກັນໄພອຸບັດຕິເຫດແຮງງານ, ພະຍາດອາຊີບຕາມມະຕິເລກທີ 68 ຂອງລັດຖະບານກ່ຽວກັບບາງນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ປະຈຸບັນ, ຂະແໜງປະກັນໄພສັງຄົມຫວຽດນາມ ໄດ້ປະຕິບັດສຳເລັດນະໂຍບາຍຫຼຸດຜ່ອນການມອບພັນທະເຂົ້າກອງທຶນປະກັນໄພອຸບັດຕິເຫດແຮງງານ, ພະຍາດອາຊີບລົງເຫຼືອພຽງ 0%, ຜ່ານນັ້ນຊ່ວຍໃຫ້ບັນດາວິສາຫະກິດເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍຜູ້ອອກແຮງງານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
 (ແຫຼ່ງຄັດຈາກ VOV)
 


top