ຂ່າວສານ

ມີຜູ້ໂດຍສານຊາວຍີ່ປຸ່ນ 1 ຄົນຕິດເຊື້ອພະຍາດ Covid – 19 ໄດ້ຂີ່ເຮືອບິນຂອງບໍລິສັດ Vietnam Airlines

      ອົງການສາທາລະນະສຸກ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ໃນຖ້ຽວບິນໝາຍເລກ VN340 ຂອງບໍລິສັດ Vietnam  Airlines ບິນແຕ່ນະຄອນໂຮ່ຈີມິນ ໄປຍັງ Nagoya, ປະເທດ ຍີ່ປຸ່່ນ ໃນຄໍ່າຄືນວັນທີ 03 ມີນາ ມີຜູ້ໂດຍສານ ຊາວຍີ່ປຸ່ນຄົນໜຶ່ງຕິດເຊື້ອພະຍາດ Covid – 19.

(ພາບປະກອບ: PV/Vietnam+)
      ກ່ອນໜ້ານັ້ນ, ໃນວັນດຽວກັນ, ຜູ້ໂດຍສານຄົນນີ້ ໄດ້ຂີ່່ເຮືອບິນໝາຍເລກ VN814 ຈາກ ຊຽມຣຽບ ປະເທດ ກໍາປູເຈຍ ມາຍັງນະຄອນໂຮ່ຈີມິນ ແລ້ວຜ່ານແດນຢູ່ສະໜາມບິນ ເຕິນເຊີນເຍິດ. ໃນຖ້ຽວບິນດັ່ງກ່າວ ໄດ້ມີຜູ້ໂດຍສານ 6 ຄົນ ໄດ້ເຮັດລະບຽບການເຂົ້ານະຄອນໂຮ່ຈີມິນ. ປັດຈຸບັນ, ອົງການເຈົ້າໜ້າທີ່ກໍາລັງສືບສວນຢັ້ງຢືນບ່ອນພັກເຊົາຂອງບຸກຄົນດັ່ງກ່າວ ເພື່ອແນະນໍາການປ້ອງກັນເຊື້ອພະຍາດ.
        ສ່ວນຖ້ຽວບິນໝາຍເລກ VN341 ຈາກ Nagoya (ຍີ່ປຸ່ນ) ກັບມາ ຫວຽດນາມ ໃນຕອນບ່າຍວັນທີ 04 ເມສາ, ໄດ້ລົງຈອດຢູ່ສະໜາມບິນ ເຕິນເຊີນເຍິດ, ທັງຈຸບິນ ແລະ ຜູ້ໂດຍສານໃນເຮືອບິນດັ່ງກ່າວ ໄດ້ສົ່ງໄປແຍກຕົວອອກຢູ່ຕ່າງຫາກຢູ່ນະຄອນໂຮ່ຈີມິນ ໃນໄລຍະ 14 ວັນ ນັບແຕ່ວັນແຈ້ງໜັງສືເຂົ້າເມືອງເປັນຕົ້ນໄປ.  ໃນເບື້ອງຕົ້ນ, ບຸກຄົນດັ່ງກ່າວ ຍັງບໍ່ທັນມີອາການຕິດເຊື້ອພະຍາດເທື່ອ.
 (ແຫຼ່ງຄັດຈາກ VOV)


top