ຂ່າວສານ

ມີຜູ້ເສຍຊີວິດເກືອບ 6 ລ້ານຄົນຍ້ອນໂລກລະບາດໂຄວິດ-19

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ19 ກວ່າ 436,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 6 ລ້ານຄົນ.
  (ພາບປະກອບ: Kyodo/TTXVN)  

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 01 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ19 ກວ່າ 436,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 6 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ມາຮອດປະຈຸບັນ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 80,6 ລ້ານຄົນ ແລະ ມີເກືອບ 975.000 ຄົນເສຍຊີວິດ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນສະພາບຈຳນວນຜູ້ຕິດເຊື້ຶ້ອພະຍາດໂຄວິດ-19 ຫຼຸດລົງຢ່າງແຮງຢູ່ ຝລັ່ງ, ບັນດາຂໍ້ກຳນົດ ແລະ ການຈຳກັດດ້ານການແພດຢູ່ປະເທດນີ້ພວມຄ່ອຍໆໄດ້ຜ່ອນຜັນລົງ. ແຕ່ວັນທີ 01 ມີນາ, ຍີ່ປຸ່ນ ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າເມືອງ, ແຕ່ບໍ່ແມ່ນໄປທ່ອງທ່ຽວ. ຢູ່ ກູບາ, ກະຊວງສາທາລະນະສຸກປະເທດນີ້ໃຫ້ຮູ້ວ່າ ວັນທີ 28 ກຸມພາ ແມ່ນມື້ທີ 5 ຢ່າງລຽນຕິດທີ່ບໍ່ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 28 ກຸມພາ ຮອດເວລາ 16 ໂມງຂອງວັນທີ 01 ມີນາ, ຫວຽດນາມ ກວດພົນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 98.762 ຄົນ, ໃນນັ້ນມີມາຈາກຕ່າງປະເທດ 19 ຄົນ, ຄົນເຈັບໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິເກືອບ 41.000 ຄົນ, ຜູ້ເສຍຊີວິດ 86 ຄົນ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 3.557.629 ຄົນ, ຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.479.883 ຄົນ.



top