ຂ່າວສານ

ມີຜູ້ເສຍຊີວິດກ່ວາ 1.400 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 6000 ຄົນໃນເຫດແຜ່ນດິນໄຫວຢູ່ໄຮຕີ

      ມີໂຮງໝໍ, ໂຮງຮຽນແລະໂບດຫລາຍແຫ່ງກໍ່ຖືກທຳລາຍແລະເປເພຢ່າງໜັກ. ວຽກງານຄົ້ນຫາແລະກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ໄຮຕີ ຍັງຄົງສືບຕໍ່ໄດ້ຮັບການຜັນຂະຫຍາຍໃນຂະນະທີ່ຍັງມີຜູ້ຖືກສາບສູນຫຼາຍຄົນ.
ເຫດແຜ່ນດິນໄຫວຢູ່ ໄຮຕີ (ພາບ:  AFP)
      ຕົວເລກຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,2 ອົງສາຣີກເຕີຢູ່ໄຮຕີທີ່ໄດ້ເກີດຂຶ້ນໃນທ້າຍອາທິດຜ່ານມາສືບຕໍ່ເພີ່ມຂຶ້ນ, ມີຜູ້ເສຍຊີວິດຢ່າງນ້ອຍສຸດ 1.400 ຄົນແລະຜູ້ໄດ້ຮັບບາດເຈັບ 6000 ຄົນ. ຕົວເລກຈຳນວນຜູ້ເສຍຊີວິດແລະ ຮັບບາດເຈັບ ຄາດ ວ່າຈະສືບຕໍ່ເພີ່ມຂຶ້ນໃນຊຸມວັນຈະມາເຖິງ. ເຫດແຜ່ນດິນໄຫວກໍ່ໄດ້ທຳລາຍເຮືອນນັບພັນຫຼັງ ເຮັດໃຫ້ຫຼາຍຄົນຕົກເຂົ້າສູ່ສະພາບບໍ່ມີບ່ອນພັກພາອາໄສ.
      ມີໂຮງໝໍ, ໂຮງຮຽນແລະໂບດຫລາຍແຫ່ງກໍ່ຖືກທຳລາຍແລະເປເພຢ່າງໜັກ. ວຽກງານຄົ້ນຫາແລະກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ໄຮຕີ ຍັງຄົງສືບຕໍ່ໄດ້ຮັບການຜັນຂະຫຍາຍໃນຂະນະທີ່ຍັງມີຜູ້ຖືກສາບສູນຫຼາຍຄົນ.
      ທ່ານນາຍົກລັດຖະມົນຕີ Ariel Henryໄດ້ປະກາດສະພາວະສຸກເສີນໃນທົ່ວປະເທດໃນຮອບເວລາ 1 ເດືອນແລະໃຫ້ຮູ້ວ່າ ບັນດາຖ້ຽວລົດໜູນຊ່ວຍຂອງລັດຖະບານໄດ້ເລີ່ມເດີນທາງໄປຍັງເຂດຖືກຜົນກະທົບຢ່າງໜັກໜ່ວງແລ້ວ.
(ແຫຼ່ງຄັດຈາກ VOV)


top