ຂ່າວສານ

ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 505 ລ້ານຄົນໃນທົ່ວໂລກ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 505 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,22 ລ້ານຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 505 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,22 ລ້ານຄົນ.

    

(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 19 ເມສາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 505 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,22 ລ້ານຄົນ.

        ວັນທີ 19 ເມສາ, ສ.ເກົາຫຼີ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ກວ່າ 118.500 ຄົນ ແລະ ມີຜູ້ເສຍຊີວິດ 130 ຄົນ, ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເປັນ 21.354 ຄົນ. ຢູ່ ຈີນ, ວັນທີ 19 ເມສາ, ນະຄອນ ຊຽງໄຮ້ ແຈ້ງໃຫ້ຊາບວ່າ ມີຜູ້ຕິດເຊື້ອພະຍາດກວ່າ 22.400 ຄົນ ແລະ ມີຜູ້ເສຍຊີວິດ 7 ຄົນ. ສ່ວນຢູ່ ຝລັ່ງ, ວັນທີ 18 ເມສາ, ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ກວ່າ 19.800 ຄົນ ແລະ ມີຜູ້ເສຍຊີວິດ 44 ຄົນ, ຍົກຈຳນວນຜູ້ເສຍຊີວິດນັບແຕ່ເມື່ອເກີດໂລກລະບາດຢູ່ປະເທດນີ້ຂຶ້ນເປັນ 115.545 ຄົນ.

(ແຫຼ່ງຄັດຈາກ VOV)


top