ຂ່າວສານ

ມີປະຊາທິປະໄຕ, ມີຄວາມຮັບຜິດຊອບຕໍ່ບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ

“ວາລະຊັກຖາມທຳອິດໄດ້ດຳເນີນໄປຢ່າງຟົດຟື້ນ, ມີປະຊາທິປະໄຕ, ດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງ. ຜ່ານວາລະຊັກຖາມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ການເລືອກເອົາບັນຫາມາຊັກຖາມ ແມ່ນຖືກຕ້ອງຖືກກັບເປົ້າໝາຍທີ່ສຸດ, ທັງມີລັກສະນະສະຖານະການ, ທັງມີລັກສະນະເປັນພື້ນຖານ ແລະ ຍາວນານ.”

ວັນທີ 16 ມີນາ, ໃນຂອບເຂດກອງປະຊຸມເທື່ອທີ 9, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມສຳລັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ. ສະມາຊິກລັດຖະບານບາງທ່ານກໍໄດ້ເຂົ້າຮ່ວມການອະພິປາຍ, ເຮັດແຈ້ງເພີ່ມເຕີມຕໍ່ບັນຫາທີ່ສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. ສະມາຊິກສະພາແຫ່ງຊາດ 80 ທ່ານ ໄດ້ຈົດຊື່ຊັກຖາມ. ວາລະຊັກຖາມໄດ້ຖ່າຍທອດສົດທາງວິທະຍຸ, ໂທລະພາບເພື່ອໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດໄດ້ຮັບຟັງ ແລະ ຮັບຊົມ.

  ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ (ພາບ: baochinhphu.vn)  

 ໃນຂົງເຂດອຸດສາຫະກຳ ແລະ ການຄ້າ, ເນື້ອໃນຊັກຖາມໄດ້ເຕື້ອງເຖິງສະພາບການຜະລິດ, ນຳເຂົ້າ, ສະໜອງນ້ຳມັນເຊື້ອໄຟ, ວຽກງານບໍລິຫານລາຄານ້ຳມັນເຊື້ອໄຟໃນໄລຍະຜ່ານມາ; ມາດຕະການຮັບປະກັນການຈໍລະຈອນ, ສົ່ງອອກ - ນຳເຂົ້າສິນຄ້າໃນສະພາບການໂລກລະບາດໂຄວິດ - 19, ໂດຍສະເພາະແມ່ນຜະລິດຕະພັນກະເສດ.

ກ່ຽວກັບບັນຫານ້ຳມັນເຊື້ອໄຟ, ປັດຈຸບັນ, ຫວຽດນາມ ມີໂຮງງານຜະລິດ 2 ແຫ່ງ ສາມາດຕອບສະໜອງຄວາມຕ້ອງການນຳໃຊ້ນ້ຳມັນໃນທົ່ວປະເທດໄດ້ປະມານ 70%. ຕາມທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລ້ວ, ຜ່ານການຜັນແປກ່ຽວກັບນ້ຳມັນເຊື້ອໄຟໂລກໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາຕ້ອງສ້າງແຜນຮ່າງຍຸດທະສາດກ່ຽວກັບການສະສົມໃຫ້ສົມບູນແບບ. ເຂົ້າຮ່ວມການອະພິປາຍກ່ຽວກັບເນື້ອໃນດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັ່ງ ໄດ້ເນັ້ນໜັກວ່າ ເນື້ອໃນຈິດໃຈບໍລິຫານຂອງລັດຖະບານ ແມ່ນຮັບປະກັນສະໜອງແຫຼ່ງນ້ຳມັນເຊື້ອໄຟຢ່າງພຽງພໍເພື່ອຮັບໃຊ້ການຜະລິດ ແລະ ດຳລົງຊີວິດ, ລາຄາຈະໄດ້ດັດປັບຕາມກົນໄກຕະຫຼາດ ແຕ່ຕ້ອງມີການຄວບຄຸມ, ດັດສົມຂອງລັດ. ໃນຍາວນານ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

ລັດຖະບານ ຫວຽດນາມ ໄດ້ເຮັດວຽກໂດຍກົງກັບກຸ່ມບໍລິສັດນ້ຳມັນອາຍແກັດ ຮີບເຮັ່ງຜັນຂະຫຍານການສ້າງໂຮງງານກັ່ນຕອງນ້ຳມັນຢູ່ ຫວູງເຕົ່າ. ທີສອງແມ່ນ ເພີ່ມທະວີການຂຸດຄົ້ນນ້ຳມັນດິບຕື່ມອີກ, ປັດຈຸບັນ, ນ້ຳມັນດິບຮັບໃຊ້ການຜະລິດນ້ຳມັນຫາກໍຕອບສະໜອງໄດ້ປະມານ 50%.”

ກ່ຽວກັບຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີ ໃຫ້ລັດຖະບານ ຈົ່ງຄົ້ນຄວ້າປຸງກົດໝາຍວ່າດ້ວຍທີ່ດິນຍື່ນສະເໜີຕໍ່ສະພາແຫ່ງຊາດ; ສ້າງແຜນຜັງທີ່ດິນຂັ້ນແຂວງໃຫ້ສຳເລັດໂດຍດ່ວນ; ປະຕິບັດບັນດານະໂຍບາຍໃໝ່ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໃຫ້ເປັນຢ່າງດີ, ອະນຸມັດການຄຸ້ມຄອງແຜນຜັງສິ່ງແວດລ້ອມແຫ່ງຊາດໂດຍໄວ…

ກ່າວຄຳເຫັນສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ…

ວາລະຊັກຖາມທຳອິດໄດ້ດຳເນີນໄປຢ່າງຟົດຟື້ນ, ມີປະຊາທິປະໄຕ, ດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງ. ຜ່ານວາລະຊັກຖາມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ການເລືອກເອົາບັນຫາມາຊັກຖາມ ແມ່ນຖືກຕ້ອງຖືກກັບເປົ້າໝາຍທີ່ສຸດ, ທັງມີລັກສະນະສະຖານະການ, ທັງມີລັກສະນະເປັນພື້ນຖານ ແລະ ຍາວນານ.”



top