ຂ່າວສານ

ມີນາຍທະຫານຫວຽດນາມຕື່ມອີກຄົນໜຶ່ງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ

ມອບ​ຂໍ້​ຕົກ​ລົງ ແລະ ມອບ​ໜ້າ​ທີ່​ໃຫ້ຮ້ອຍ​ເອກ ຫງວຽນ​ກ໋ວກ​ແຄ໋ງ
(ພາບ: TTXVN)
      ຕອນ​ບ່າຍ​ວັ​ນ​ທີ 20/04, ຢູ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ໂດຍ​ໄດ້​ຮັບ​ມອບ​ສິດ​ຈາກ​ທ່ານ​ປະ​ທານ​ປະ​ເທດ, ພົນ​ໂທ ຟ້າມ​ຫງອກ​ມິງ, ຮອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊ​ົນ​ຫວຽດ​ນາມ ໄດ້​ມອບ​ຂໍ້​ຕົກ​ລົງ ແລະ ມອບ​ໜ້າ​ທີ່​ໃຫ້ຮ້ອຍ​ເອກ ຫງວຽນ​ກ໋ວກ​ແຄ໋ງ ຂຶ້ນ​ກັບ​ສູນ​ຮັກ​ສາ​ສັ​ນ​ຕິ​ພາບ​​ຫວຽດ​ນາມ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ ຢູ່ຄະ​ນະ​ປະ​ຕິ​ບັດ​ງານ​ສ.ອາ​ຟະ​ລິ​ກາ​ກາງ. ພົນ​ໂທ ຟ້າມ​ຫງອກ​ມິງ ສະ​ເໜີ​ໃຫ້​ບັນ​ດາ​ນາຍ​ທະ​ຫານ​​ຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມປະ​ຕິ​ບັດກົດ​ລະ​ບຽບ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ຂໍ້​ກຳ​ນົດ​ຂອງ​ສະ​ຫະ​ປະ​ຊາ​ຊາດຢ​ູ່​ຄະ​ນະ​ປະ​ຕິ​ບັດ​ງານ ແລະ ກົດ​ໝາຍ​ຂອງປະ​ເທດ​ປະ​ຈຳ​ຖິ່ນ​ຢ່າງ​ເຂັ້ມ​ງວດ.
 (ແຫຼ່ງຄັດຈາກ VOV)

top