ຂ່າວສານ

ມີນາຍທະຫານຫວຽດນາມຕື່ມອີກ3ຄົນປະຕິບັດຫນ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

      ນາຍທະຫານ 3 ຄົນ ທີ່ສັງກັດສູນຮັກສາສັນຕິພາບ ກະກຽມເດີນທາງຮັບຫນ້າທີ່ຢູ່ຄະນະຜູ້ຕາງຫນ້າຮັກສາສັນຕິພາບ ສປຊ 

ພົນໂທ ຫງວຽນເຟືອງນາມມອບຂໍ້ຕົກລົງໃຫ້ແກ່ນາຍທະຫານ 3 ຄົນ
      ວັນທີ 16 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ຫງວຽນເຟືອງນາມ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ມອບຂໍ້ຕົກລົງໃຫ້ແກ່ນາຍທະຫານ 3 ຄົນ ທີ່ສັງກັດສູນຮັກສາສັນຕິພາບ ກະກຽມເດີນທາງຮັບຫນ້າທີ່ຢູ່ຄະນະຜູ້ຕາງຫນ້າຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ອາຟຼິກາກາງ ແລະ ຊູດັງໃຕ້. ພົນໂທ ຫງວຽນເຟືອງນາມ ສະເຫນີ ນາຍທະຫານ 3 ຄົນນີ້ ຄວນກະກຽມດ້ານແນວຄິດເປັນຢ່າງດີ, ຊາບຊືມ ແລະ ປະຕິບັດທັດສະນະ, ແນວທາງການຕ່າງປະເທດຂອງພັກ, ລັດ ແລະ ກອງທັບປະຊາຊົນຫວຽດນາມ, ປະຕິບັດວິໄນກອງທັບ, ຂໍ້ກຳນົດຂອງ ສປຊ ທີ່ຄະນະຜູ້ຕາງຫນ້າ ແລະ ກົດໝາຍຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.
 (ແຫຼ່ງຄັດຈາກ VOV)

top