ຂ່າວສານ

ມີນັກກິລາ ກ່ວາ 4.700 ຄົນ ເຂົ້າຮ່ວມການແຂ່ງຂັນກິລາ VnExpress Marathon Imperial ເຫ້ວ 2022

ທ່ານ ຫງວຽນແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ດຶງດູດການເຂົ້າຮ່ວມຂອງຜູ້ມັກຮັກກິລາ, ວັດທະນະທຳ ແລະ ການທ່ອງທ່ຽວເປັນຈຳນວນຫຼາຍ, ສະແດງໃຫ້ເຫັນຈິດໃຈປັບຕົວໃຫ້ແທດເໝາະກັບສະພາບການປົກກະຕິໃໝ່.
  ບັນດານັກກິລາ ເຂົ້າຮ່ວມ ການແຂ່ງຂັນກິລາ VnExpress Marathon Imperial (ພາບ: TTXVN)  

 ຕອນເຊົ້າວັນທີ 10 ເມສາ, ການແຂ່ງຂັນກິລາ VnExpress Marathon Imperial ເຫ້ວ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ, ດຶງດູດນັກກິລາຊາຍ, ຍິງ ກ່ວາ 4.700 ທີ່ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມການແຂ່ງຂັນໃນ 4 ໄລຍະທາງ ລວມມີ: 42 ກີໂລແມັດ, 21 ກີໂລແມັດ, 10 ກີໂລແມັດ ແລະ 5 ກີໂລແມັດ.

ທ່ານ ຫງວຽນແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ດຶງດູດການເຂົ້າຮ່ວມຂອງຜູ້ມັກຮັກກິລາ, ວັດທະນະທຳ ແລະ ການທ່ອງທ່ຽວເປັນຈຳນວນຫຼາຍ, ສະແດງໃຫ້ເຫັນຈິດໃຈປັບຕົວໃຫ້ແທດເໝາະກັບສະພາບການປົກກະຕິໃໝ່. ຄະນະຈັດຕັ້ງກໍ່ໄດ້ອອກແບບເສັ້ນທາງແລ່ນທີ່ມີຈຸດເປັນເອກະລັກສະເພາະຂອງ ເທື່ອທຽນເຫ້ວ ທັງສົມທົບລະຫວ່າງ ປະຫວັດສາດ, ທິວທັດທຳມະຊາດ, ສິ່ງແວດລ້ອມ… ສ້າງຄຸນນະພາບຂອງການແຂ່ງຂ

ໂດຍໄດ້ຮູ້ວ່າ, 4 ໄລຍະທາງຂອງການແຂ່ງຂັນດັ່ງກ່າວ ໂດຍ ສະມາຄົມ Marathon ສາກົນອອກໃບຢັ້ງຢືນບັນລຸມາດຖານ AIMS. ຕາມຄະນະຈັດຕັ້ງແລ້ວ, ບັນດານັກກິລາອາດຈະນຳໃຊ້ໝາກຜົນຂອງການແຂ່ງຂັນ ເປັນເງື່ອນໄຂເມື່ອສົ່ງໃບເຂົ້າຮ່ວມການແຂ່ງຂັນ Marathon ໃຫຍ່ໃນໂລກຄື: Boston, Chicago, New York City…


top