ຂ່າວສານ

ມີກໍລະນີຕິດເຊື້ອໂຄວິດ-19 ຕື່ມອີກ 2 ຄົນໃໝ່, ບ້ານຮ້າໂລຍ, ຮ່າໂນ້ຍ

      ຫວຽດນາມ ມີ 262 ຄົນຕິດເຊືື້ອໂຄວິດ-19, ໃນນັ້ນມີ 144 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍ.

(ພາບປະກອບ: TTXVN)
      ຕາມຂໍ້ມູນຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໄລ່ຮອດເວລາ 6 ໂມງຂອງຕອນເຊົ້າວັນທີ 13 ເມສາ, ຫວຽດນາມ ໄດ້ມີຜູ້ຕິດໂລກລະບາດໂຄວິດຕື່ມອີກ 2 ຄົນ, ເຊິ່ງລ້ວນແຕ່ແມ່ນພົນລະເມືອງຢູ່ບ້ານຮ້າໂລຍ, ເມືອງ ເມລິງ, ຮ່າໂນ້ຍ. ປະຈຸບັນ, ຜູ້ຕິດໂລກລະບາດດັ່ງກ່າວພວມຖືກແຍກຕົວ, ປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ສາຂາທີ 2, ດົງແອັງ, ຮ່າໂນ້ຍ.
ສະນັ້ນ, ມາຮອດປະຈຸບັນ ຫວຽດນາມ ມີ 262 ຄົນຕິດເຊືື້ອໂຄວິດ-19, ໃນນັ້ນມີ 144 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍ.
 (ແຫຼ່ງຄັດຈາກ VOV)

top