ຂ່າວສານ

ມີ 367 ຄົນທົດລອງສັກວັກຊິນກັນໂລກລະບາດໂຄວິດ-19 Nano Covax ໄລຍະທີ 2

      ກຸ່ມຄົ້ນຄວ້າດັ່ງກ່າວບໍ່ທັນພົບປະຕິກິລິຍາຜິດປົກກະຕິຂອງບັນດາຜູ້ສະໝັກສັກວັກຊິນ.
ໝາກຜົນການທົດລອງສັກວັກຊິນ Nano Covax ເບື້ອງຕົ້ນ ຄາດວ່າຈະສຳເລັດໃນທ້າຍປີ 2021
(ພາບ: TTXVN)
      ພາຍຫຼັງຜັນຂະຫຍາຍການສັກວັກຊິນທົດລອງກັນໂລກລະບາດໂຄວິດ-19 Nano Covax ໄລຍະ 2, ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດຫວຽດນາມ) ແລະ ສະຖາບັນ Pasteur ນະຄອນໂຮ່ຈີມິນ ໄດ້ສັກວັກຊິນໃຫ້ຜູ້ສະໝັກ 367 ຄົນ, ສຳເລັດ 65% ເຂັມວັກຊິນໂທດລອງໄລຍະນີ້.
        ບັນດາຜູ້ສະໝັກໄດ້ສັກວັກຊິນກັນໂຄວິດ-19 Nano Covav 2 ເຂັມ, ໂດຍຫ່າງຈາກເຂັມທີ 1 ເປັນເວລາ 28 ວັນ. ກຸ່ມຄົ້ນຄວ້າດັ່ງກ່າວບໍ່ທັນພົບປະຕິກິລິຍາຜິດປົກກະຕິຂອງບັນດາຜູ້ສະໝັກສັກວັກຊິນ. ຄາດວ່າ, ທ້າຍເດືອນ ມີນາ, ຕົ້ນເດືອນ ເມສາ 2021 ນີ້, ຈະມີຜູ້ສະໝັກສັກວັກຊິນກັນພະຍາດໂຄວິດ-19 Nano Covax ເຕັມ 2 ເຂັມ.
        ໄປພ້ອມກັບການສັກວັກຊິນໃຫ້ແກ່ຜູ້ສະໝັກໃຈ, ເລື່ອງຄັດເລືອກ ແລະ ກວດສຸຂະພາບຜູ້ຈົດລະບຽນທົດລອງໄລຍະທີ 2 ກໍ່ສືບຕໍ່ໄດ້ຮັບການຜັນຂະຫຍາຍ. ໝາກຜົນການທົດລອງສັກວັກຊິນ Nano Covax ເບື້ອງຕົ້ນ ຄາດວ່າຈະສຳເລັດໃນທ້າຍປີ 2021.
 (ແຫຼ່ງຄັດຈາກ VOV)
 
 


top