ຂ່າວສານ

ມາເລເຊຍ ແລະ ສິງກະໂປ ບັນລຸຂໍ້ຕົກລົງກ່ຽວກັບເສັ້ນທາງລົດໄຟຄວາມໄວສູງ

      ຕາມທ່ານ Azmin Ali ແລ້ວ, ເລື່ອງປະຕິບັດໂຄງການອາດຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ພາຍຫຼັງພື້ນຖານເສດຖະກິດໄດ້ຮັບການປັບປຸງ ແລະ ໃນກໍລະນີໂຄງການຖືກຍຸບເລີກນັ້ນ
ວັນທີ 3 ກັນຍາ, ມາເລເຊຍ ແລະ ສິງກະໂປ ບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການເສັ້ນທາງລົດໄຟຄວາມໄວສູງ, ຕາມນັ້ນແລ້ວ, ມາເລເຊຍ ຈະຕ້ອງຊົດເຊີຍໃຫ້ ສິງກະໂປ ໃນໄລຍະເວລາທີ່ໂຄງການເສັ້ນທາງລົດໄຟຄວາມໄວສູງ (HSR) ເຊິ່ງເຊື່ອມຕໍ່ລະຫວ່າງ Kuala Lumpur ກັບສິງກະໂປຖືກໂຈະໄວ້. ທ່ານ Mohamed Azmin Ali, ລັດຖະມົນຕີກະຊວງເສດຖະກິດ ມາເລເຊຍ ໃຫ້ຮູ້ວ່າ: ເວລາໂຄງການຖືກໂຈະໄວ້ບໍ່ທັນໄດ້ກຳນົດລະອຽດເທື່ອ. ຕາມທ່ານ Azmin Ali ແລ້ວ, ເລື່ອງປະຕິບັດໂຄງການອາດຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ພາຍຫຼັງພື້ນຖານເສດຖະກິດໄດ້ຮັບການປັບປຸງ ແລະ ໃນກໍລະນີໂຄງການຖືກຍຸບເລີກນັ້ນ, ມາເລເຊຍ ຈະຕ້ອງຊົດເຊີຍ. ຕາມບັນດາແຫຼ່ງຂ່າວສື່ມວນຊົນຂອງ ມາເລເຊຍ ແລ້ວ, ຈຳນວນເງິນຊົດເຊີຍແມ່ນປະມານ 500 ລ້ານ ringgit (ກ່ວາ 120 ລ້ານ USD).
 (ແຫຼ່ງຄັດຈາກ VOV)


top