ຂ່າວສານ ມາເລເຊຍ, ອົດສະຕາລີແລະຈີນພິຈາລະນາແຜນການຕໍ່ໄປຊອກຫາເຮືອບິນMH370 24/04/2016 (ພາບປະກອບ) 3 ປະເທດຄື: ມາເລເຊຍ, ອົດສະຕາລີ ແລະ ຈີນ ໄດ້ວາງແຜນການຈັດຕັ້ງການປະຊຸມດ່ວນຂັ້ນລັດຖະມົນຕີໃນທ້າຍເດືອນ 6 ຈະມາເຖິງ ເພື່ອຕົກລົງສືບຕໍ່ການຊອກຫາເຮືອບິນ MH 370 ຂອງບໍລິສັດການບິນ ມາເລເຊຍ ຖືກຫາຍສາບສູນກ່ອນນີ້ 2 ປີ ຫລືບໍ່. ທ່ານ Aziz Kap, ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ມາເລເຊຍ ໃຫ້ຮູ້ວ່າ: ທີ່ການປະຊຸມຈະມາເຖິງ, ບັນດາຝ່າຍປຶກສາຫາລືຈະດຳເນີນການເກັບຄືນບັນດາສິ້ນຊ່ວນເຮືອບິນ ຫລື ສືບຕໍ່ບັນດາຄວາມມານະພະຍາຍາມຊອກຫາໃນປະຈຸບັນ ໂດຍກົມປ້ອງກັນຄວາມປອດໄພຄົມມະນາຄົມ ອົດສະຕາລີ ນຳຫນ້າ. ຕາມທ່ານ Aziz Kap, ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ມາເລເຊຍແລ້ວ, ເນື້ອທີ່ທະເລ 103.000 ກິໂລຕາລາງແມັດ ໃນຍອດຈຳນວນ 120.000 ກິລໂລຕາລາງແມັດທາງທິດໃຕ້ຂອງ ອິນເດຍ ໄດ້ຮັບການກວດກາແລ້ວ. ລັດຖະບານ ມາເລເຊຍ ໄດ້ສົມທົບກັບ ໂມຊຳບິກ ເພື່ອວິໄຈສິ້ນຊ່ວນເຮືອບິນດັ່ງກ່າວທີ່ຄົ້ນພົບຢູ່ແຄມທະເລປະເທດນີ້ ພ້ອມທັງສະເຫນີເຈົ້າຫນ້າທີ່ ໂມຊຳບິກ ແຈ້ງໃຫ້ ມາເລເຊຍ ຊາບຖ້າຫາກເຂົາເຈົ້າຄົ້ນພົບໄດ້ສິ້ນຊ່ວນໃດຕື່ມອີກ. (ແຫຼ່ງຄັດຈາກ VOV)

(ພາບປະກອບ) 3 ປະເທດຄື: ມາເລເຊຍ, ອົດສະຕາລີ ແລະ ຈີນ ໄດ້ວາງແຜນການຈັດຕັ້ງການປະຊຸມດ່ວນຂັ້ນລັດຖະມົນຕີໃນທ້າຍເດືອນ 6 ຈະມາເຖິງ ເພື່ອຕົກລົງສືບຕໍ່ການຊອກຫາເຮືອບິນ MH 370 ຂອງບໍລິສັດການບິນ ມາເລເຊຍ ຖືກຫາຍສາບສູນກ່ອນນີ້ 2 ປີ ຫລືບໍ່. ທ່ານ Aziz Kap, ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ມາເລເຊຍ ໃຫ້ຮູ້ວ່າ: ທີ່ການປະຊຸມຈະມາເຖິງ, ບັນດາຝ່າຍປຶກສາຫາລືຈະດຳເນີນການເກັບຄືນບັນດາສິ້ນຊ່ວນເຮືອບິນ ຫລື ສືບຕໍ່ບັນດາຄວາມມານະພະຍາຍາມຊອກຫາໃນປະຈຸບັນ ໂດຍກົມປ້ອງກັນຄວາມປອດໄພຄົມມະນາຄົມ ອົດສະຕາລີ ນຳຫນ້າ. ຕາມທ່ານ Aziz Kap, ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ມາເລເຊຍແລ້ວ, ເນື້ອທີ່ທະເລ 103.000 ກິໂລຕາລາງແມັດ ໃນຍອດຈຳນວນ 120.000 ກິລໂລຕາລາງແມັດທາງທິດໃຕ້ຂອງ ອິນເດຍ ໄດ້ຮັບການກວດກາແລ້ວ. ລັດຖະບານ ມາເລເຊຍ ໄດ້ສົມທົບກັບ ໂມຊຳບິກ ເພື່ອວິໄຈສິ້ນຊ່ວນເຮືອບິນດັ່ງກ່າວທີ່ຄົ້ນພົບຢູ່ແຄມທະເລປະເທດນີ້ ພ້ອມທັງສະເຫນີເຈົ້າຫນ້າທີ່ ໂມຊຳບິກ ແຈ້ງໃຫ້ ມາເລເຊຍ ຊາບຖ້າຫາກເຂົາເຈົ້າຄົ້ນພົບໄດ້ສິ້ນຊ່ວນໃດຕື່ມອີກ. (ແຫຼ່ງຄັດຈາກ VOV)