ຂ່າວສານ

ມາເລເຊຍ ຫ້າມກ່ຳປັ່ນທັງໝົດທີ່ມາຈາກຈີນ ເຂົ້າທຽບທ່າກ່ຳປັ່ນ

      ທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 16 ກຸມພາ, ທ່ານນາງ Wan Azizah Wan Ismail ຮອງນາຍົກລັດຖະມົນຕີ ມາເລເຊຍ ຢັ້ງຢືນວ່າ ກ່ຳປັ່ນທັງໝົດທີ່ເລີ່ມອອກເດີນທາງ ແລະ ໄປຜ່ານ ບໍ່ວ່າ ທ່າກ່ຳປັ່ນໃດຂອງ ຈີນແມ່ນ ລ້ວນແຕ່ບໍ່ໃຫ້ເຂົ້າທຽບທ່າກ່ຳປັ່ນຂອງ ມາເລເຊຍ. 

ກ່ຳປັ່ນ MS Westerdam  ເຂົ້າທຽບທ່າກ່ຳປັ່ນກຳປູເຈຍ (ພາບ: TTXVN) 
      ຕາມທ່ານນາງ Wan Azizah Wan Ismail ແລ້ວ, ນີ້ແມ່ນມາດຕະການຊົ່ວຄາວເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງ ໂລກລະບາດອັກເສບປອດ COVID-19 ກໍ່ຄ້າຍຄືກັນກັບກໍລະນີຂອງ ຊາວອາເມລິກາ ອາຍຸ 83 ປີ ທີ່ຕິດ COVID-19 ໃນກ່ຳປັ່ນ MS Westerdam ກ່ອນໜ້ານັ້ນ.
            ທ່ານນາງ Wan Azizah Wan Ismail ຢັັ້ງຢືນວ່າ ລັດຖະບານ ມາເລເຊຍ ໄດ້ກຳແໜ້ນຂໍ້ມູນຂ່າວສານຂອງ ຜູ້ຕິດເຊື້ອດັ່ງກ່າວຊຶ່ງເປັນໜຶ່ງໃນຈຳນວນຜູ້ໂດຍ 1.455 ຄົນ ໃນກ່ຳປັ່ນ MS Westerdam, ແລະ ກ່ຳປັ່ນດັ່ງກ່າວໄດ້ເຂົ້າທຽບທ່າກ່ຳປັ່ນ ຮົ່ງກົງ (ປະເທດຈີນ). ຕາມທ່ານນາງແລ້ວ, ບັນດາຜູ້ໂດຍສານໃນກ່ຳປັ່ນດັ່ງກ່າວ ອາດຈະຕິດເຊື້ອ COVID-19 ຍ້ອນມີການສຳຜັດກັບຊາວຮົ່ງກົງ. ມາເລເຊຍຈະບໍ່ອະນຸຍາດໃຫ້ຈຳນວນແຂກທີ່ຍັງເຫຼືອຢູ່ກ່ຳປັ່ນ MS Westerdam, ເຊິ່ງປັດຈູບັນພວມຢູ່ກຳປຸເຈຍ ໄດ້ເຂົ້າເມືອງ ຂອງປະເທດນີ້.
 (ແຫຼ່ງຄັດຈາກ VOV)


top