ຂ່າວສານ

ມາເລເຊຍ ຢັ້ງຢືນຫຼັກໝັ້ນການເຈລະຈາໃນບັນຫາທະເທຕາເວັນອອກຄືນໃໝ່

      ມາເລເຊຍ ໄດ້ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າ ບັນຫາທະເລຕາເວັນອອກ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ເໝາະສົມ ໂດຍຜ່ານການພົບປະເຈລະຈາ ແລະ ປຶກສາຫາລື. 

ທ່ານ  Ismail Sabri Yaakob. (Ảnh: thesundaily.my)
      ໃນຖະແຫຼງການໜຶ່ງ, ກະຊວງປ້ອງກັນປະເທດ ມາເລເຊຍ ໃຫ້ຮູ້ວ່າ: ບັນຫາດັ່ງກ່າວ ໂດຍທ່ານ Ismail Sabri Yaakob, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ແລະ ທ່ານ Kono Taro ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ເນັ້ນໜັກໃນການໂອ້ລົມທາງໂທລະສັບ 2 ຝ່າຍໃນວັນທີ 20 ກໍລະກົດ. ທ່ານລັດຖະມົນຕີ Ismail Sabri ໄດ້ເນັ້ນໜັກເຖິງຄວາມສຳຄັນເລື່ອງບັນດາຝ່າຍທັງໝົດສົມທົບກັນປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ຖະແຫຼງການກໍ່ຊີ້ແຈ້ງວ່າ “ລັດຖະມົນຕີທັງ 2 ທ່ານ ໄດ້ເຕື້ອງເຖິງສະພາບຄວາມໝັ້ນຄົງໃນທົ່ວໂລກທີ່ເຕັມໄປດ້ວຍການຜັນແປຢ່າງສັບສົນກ່ຽວກັບຜົນປະໂຫຍດລວມ ແລະ ຄວາມວິຕົກກັງວົນລວມ, ໃນນັ້ນ ມີທະເລຕາເວັນອອກ”.
 (ແຫຼ່ງຄັດຈາກ VOV)
 


top