ຂ່າວສານ

ມາເລເຊຍ ຢັ້ງຢຶນ ທະເລຕາເວັນອອກ ຕ້ອງແມ່ນເຂດທະເລ ສັນຕິພາບ ແລະ ເຊື່ອມຈອດ

      ກ່າວຄຳເຫັນທີ່ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM ວົງແຄບ) ທີ່ໄດ້ຈັດຂຶ້ນແບບທາງໄກ ໃນວັນທີ 10 ພະຈິກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Hishamuddin Hussein ເນັ້ນໜັກວ່າ ທະເລຕາເວັນອອກຕ້ອງ ແມ່ນເຂດທະເລສັນຕິພາບ ແລະ ເຊື່ອມຈອດ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Hishamuddin Hussein (ພາບ: freemalaysiatoday)
      ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ ແລ້ວ, ລະດັບການແກ້ງແຍ້ງດ້ານຍຸດທະສາດ ທີ່ນັບມື້ນັບເພີ່ມຂຶ້ນຢູ່ ທະເລຕາເວັນອອກ  ພວມເຮັດໃຫ້ສະພາບຄວາມໝັ້ນຄົງເຕັມໄປດ້ວຍສິ່ງທ້າທາຍ, ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ບັນດາປະເທດ ອາຊຽນ. ທ່ານ ກ່າວເຕືອນວ່າ ບັນດາບັນຫາຄວາມໝັ້ນຄົງ ໃນພາກພື້ນ ອາດຈະພາໄປເຖິງການຄິດໄລ່ທີ່ຜິດພາດ ແລະ ອາດຈະເກີດຂຶ້ນການປະທະກັນຖ້າບໍ່ໄດ້ຮັບການແກ້ໄຂຢ່າງລະມັດລະວັງ.
ທ່ານ Hishamuddin Hussein ໄດ້ເນັ້ນໜັກວ່າ ທະເລຕາເວັນອອກ ຕ້ອງແມ່ນເຂດທະເລ ການຮ່ວມມື ແລະ ເຊື່ອມຈອດ, ບໍ່ແມ່ນ ເຂດທີ່ເກີດການປະທະກັນ ຫຼື ສູ້ຢັນກັນ. ທ່ານ ກໍ່ຮຽກຮ້ອງໃຫ້ ອາຊຽນຮັບປະກັນບັນດາເປົ້າໝາຍ ແລະ ຫຼັກການ ໃນສົນທິສັນຍາ ໄມຕິຈິດມິດຕະພາບ ແລະ ຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ກໍ່ຄືໃນຖະແຫຼງການກ່ຽວກັບພາກພື້ນສັນຕິພາບ, ເສລີພາບ ແລະ ເປັນກາງ (ZOPFAR) ແລະ ສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ) ແມ່ນພື້ນຖານໃນການສ້າງການພົວພັນລະຫວ່າງ ພາກພື້ນ ກັບ ປະຊາຄົມສາກົນ.
(ແຫຼ່ງຄັດຈາກ VOV)

top