ຂ່າວສານ

ມາເລເຊຍ ຖືນໍ້າໃຈສາມັກຄີໃນອາຊຽນ ເປັນສໍາຄັນ ເພື່ອແກ້ໄຂບັນຫາທະເລຕາເວັນອອກ

      ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Hishamuddin Hussein ໄດ້ຢັ້ງຢືນວ່າ ນໍ້າໃຈສາມັກຄີລະຫວ່າງບັນດາປະເທດສະມາຊິກ ອາຊຽນ ສວມບົດບາດສໍາຄັນໃນການແກ້ໄຂການຂັດແຍ່ງອະທິປະໄຕຢູ່ທະເລຕາເວັນອອກ.

ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Hishamuddin Hussein (ພາບ:  EPA/TTXVN)
      ເມື່ອຕອບຄໍາຊັກຖາມ ຢູ່ສະພາແຫ່ງຊາດກ່ຽວກັບສະພາບການຢູ່ທະເລຕາເວັນອອກທີ່ກ່ຽວຂ້ອງເຖິງການຮຽກສິດອະທິປະໄຕຜິດກົດໝາຍຂອງ ຈີນ ກໍຄືບັນດາຜົນສະທ້ອນຕໍ່ຄວາມໝັ້ນຄົງ ແລະ ອະທິປະໄຕຂອງ ມາເລເຊຍ, ວັນທີ 5 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Hishamuddin Hussein ໄດ້ຊີ້ແຈ້ງວ່າ ກະຊວງການຕ່າງປະເທດ ມາເລເຊຍ ມີຄວາມສົນໃຈຕໍ່ການແກ້ໄຂການຂັດແຍ້ງກັນດ້ວຍມາດຕະການທີ່ມີລັກສະນະສ້າງສັນສູງທີ່ສຸດ ຜ່່ານບັນດາການເຈລະຈາທາງການທູດທີ່ເໝາະສົມ. ທ່ານກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮັບປະກັນຄວາມສາມັກຄີພາຍໃນກຸ່ມ ອາຊຽນ ໃນການແກ້ໄຂບັນຫາອະທິປະໄຕຢູ່ທະເລຕາເວັນອອກ ກັບ ຈີນ. ທ່ານກໍໃຫ້ຂໍ້ສັງເກດວ່າ ອາຊຽນ ຄວນສາມັກຄີ ເປັນກຸ່ມໜຶ່ງ ເພື່ອຜ່ານນັ້ນໝູນໃຊ້ກໍາລັງແຮງລວມໃຫ້ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)


top