ຂ່າວສານ

ມາເລເຊຍ ກຳນົດເວລາພິພາກສາອະດີດນາຍົກລັດຖະມົນຕີ Najib Razak

      ວັນທີ 10 ສິງຫາ, ສານມາເລເຊຍ ໄດ້ຮຽກຮ້ອງໃຫ້ທ່ານອະດີດນາຍົກລັດຖະມົນຕີຂອງປະເທດນີ້ Najib Razak ຂຶ້ນສານໃນວັນທີ 12 ກຸມພາ 2019 ດ້ວຍບັນດາຄຳກ່າວຫາກ່ຽວຂ້ອງເຖິງເລື່ອງເຮັດໃຫ້ກອງທຶນການລົງທຶນແຫ່ງລັດ 1 ມາເລເຊຍ (1 MDB) ຖືກຮົ່ວໄຫຼຫຼາຍຕື້ USD.

ສານມາເລເຊຍ ຮຽກຮ້ອງທ່ານອະດີດນາຍົກລັດຖະມົນຕີNajib Razak ຂຶ້ນສານໃນວັນທີ 12 ກຸມພາ 2019 
(ພາບປະກອບ: AFP/TTXVN)
      ຜູ້ພິພາກສາ Mohamad Nazlan Mohamad Ghazali ໃຫ້ຮູ້ວ່າ, ສານພິພາກສາທ່ານ Najib Razak ຈະເລີ່ມແຕ່ວັນທີ 12 ກຸມພາ ແລະ ຈະແກ່ຍາວຮອດວັນທີ 29 ມີນາ 2019. ຖ້າຖືກຕັດສິນລົງໂທດ, ທ່ານ Najib Razak ຈະຖືກຈຳຄຸກເປັນເວລາຫຼາຍປີ. ຄາດວ່າ, ຈະມີຕົວພະຍານປະມານ 50 ຄົນຖືກຮຽກຕົວເຂົ້າຮ່ວມປະຊຸມສານພິພາກສາດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)
 
 


top