ວັນທີ 19 ພະຈິກ, ທ່ານເອກອັກຄະລັດຖະທູດ ຮ່ວາງວັນເລີ້ຍ ໄດ້ຍື່ນສານຕາຕັ້ງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຕໍ່ທ່ານປະທານາທິບໍດີ ອາຟຣີກາໃຕ້ Cyril Pamaphosa, ກາຍເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ອາຟຣີກາໃຕ້ ຢ່າງເປັນທາງການ.
ກ່າວຄຳເຫັນທີ່ພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຮ່ວາງວັນເລີ້ຍ ໄດ້ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບເຂົ້າໃນການພັດທະນາການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ ທີ່ສ້າງຕັ້ງມາແຕ່ປີ 2004 ກ່ວາອີກ, ກໍ່ຄືປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ອາຟຣີກາໃຕ້.
ສ່ວນທ່ານປະທານາທິບໍດີ ອາຟຣີກາໃຕ້ Cyril Pamaphosa ໄດ້ຊົມເຊີຍເລື່ອງທ່ານເອກອັກຄະລັດຖະທູດ ຮ່ວາງວັນເລີ້ຍ ມາອາຟຣີກາໃຕ້ ດ້ວຍຄວາມຮັບຜິດຊອບໃໝ່ ແລະ ອວຍພອນໃຫ້ການພົວພັນລະຫວ່າງ 2 ປະເທດໄດ້ຮັບການປັບປຸງ ແລະ ພັດທະນາໃນໄລຍະຈະມາເຖິງຢ່າງບໍ່ຢຸດຢັ້ງ.
(ແຫຼ່ງຄັດຈາກ VOV)