ຂ່າວສານ

ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ຮັບ​ເອົາໂອກາດເພື່ອຟື້ນຟູເສດຖະກິດ

ກອງປະຊຸມທາງອອນລາຍລະຫວ່າງ ນາຍົກລັດຖະມົນຕີ ແລະ ປະຊາຄົມວິສາຫະກິດໂດຍມີການເຊື່ອມຕໍ່ນັບຫຼາຍສີບຈຸດ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 9 ພຶດສະພາ. ນີ້ແມ່ນກອງປະຊຸມທຳອິດແລະມີຂອບຂະໜາດໃຫຍ່ໃນທົ່ວປະເທດລະຫວ່າງ ປະຊາຄົມວິສາຫະກິດ ກັບຜູ້ນຳລັດຖະບານນັບແຕ່ເມື່ອເກີດໂລກລະບາດ Covid – 19.

ກອງປະຊຸມທາງອອນລາຍລະຫວ່າງ ນາຍົກລັດຖະມົນຕີ ແລະ ປະຊາຄົມວິສາຫະກິດ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ຢ້ຳຄືນວ່າ ກ່ອນນີ້ ຫຼາຍສິບປີ ປະເທດຫວຽດນາມໄດ້ມີຄວາມສະຫງ່າອົງກາດ, ເມື່ອປະຊາຊົນດຳລົງຊີວິດໃນທ່າມກາງບັນດາໄຊຊະນະຍາດເອົາເອກະລາດແຫ່ງຊາດຄືໃນວັນທີ 30 ເມສາ ແລະ ໄຊຊະນະ ດຽນບຽນພູໃນວັນທີ 7 ພຶດສະພາ. ປະເທດໄດ້ເຫັນປະຈັກຕາຈິດໃຈ ຕ້ານໂລກລະບາດຄືຕ້ານສັດຕູ” ແລະ ມາບັດນີ້, ຈິດໃຈ “ຕ້ານຄວາມຊັກຊ້າຄືຕ້ານສັດຕູ” ຕ້ອງໄດ້ຮັບການຊຸກຍູ້. ທ່ານກ່າວວ່າ

ຕ້ອງເອົາໃຈໃສ່ກ່ວາອີກ, ນຳພື້ນຖານເສດຖະກິດ ຫວຽດນາມເຄື່ອນໄຫວຄືນໃໝ່, ສູ້ຊົນ ການເຕີບໂຕGDP ໃຫ້ບັນລຸລະດັບ ກ່ວາ 5% ແຕ່ບໍ່ແມ່ນ ຄືການຄາດຄະເນຂອງ IMF ແມ່ນພຽງແຕ່ 2.7%, ພ້ອມທັງຄວບຄຸມໄພເງິນເຟິ້ໃຫ້ຢູ່ໃນລະດັບຕ່ຳກ່ວາ 4%. ຢາກເຮັດໄດ້ຄືແນວນັ້ນພວກເຮົາຕ້ອງສຸມໃສ່ 5 ປາຍແຫຼມບຸກຕີເຊິ່ງໜ້າ 1 ແມ່ນດຶງດູດເງິນລົງທຶນຈາກບັນດາພາກສ່ວນເສດຖະກິດໃນປະເທດ. ກ່ອນອື່ນໝົດແມ່ນເງິນລົງທຶນຂອງເອກະຊົນ. 2 ແມ່ນ ດຶງດູດ FDI, 3 ແມ່ນຍູ້ແຮງການສົ່ງອອກ, 4 ແມ່ນຊຸກຍູ້ການລົງທຶນພາກລັດ, 5 ແມ່ນສົ່ງເສີມໃຫ້ມີການຊົມໃຊ້ພາຍໃນດ້ວຍປະຊາກອນເກືອບ 100 ລ້ານຄົນ.

ທ່ານນາຍົກລັດຖະມົນຕີຖືວ່າ,ພາຍຫຼັງໄລຍະປະຕິບັດການແຍກຫ່າງໃນສັງຄົມ,ການນຳວິສາຫະກິດໄດ້ມີເວລາຢ່າງພຽງພໍເພື່ອມີຈິນຕະນາການຄືນໃໝ່ກ່ຽວກັບເສັ້ນທາງພັດທະນາໃໝ່ຂອງວິສາຫະກິດ. ທ່ານຄິດວ່າ ນີ້ແມ່ນໂອກາດທີ່ຫາຍາກໃຫ້ແກ່ປະຊາຄົມວິສາຫະກິດ ຫວຽດນາມ ເມື່ອມີກະແສປ່ຽນລະບົບມູນຄ່າທີ່ ພວມຖືຫວຽດນາມ ແມ່ນໃຈກາງ. ເພາະສະນັ້ນ, ບັນດາວິສາຫະກິດ ຫວຽດນາມຈົ່ງຍາດແຍ່ງເອົາໂອກາດດັ່ງກ່າວນັ້ນ ໃຫ້ເປັນຢ່າງດີ.

ທີ່ກອງປະຊຸມ, ນອກຈາກບັນດາຂໍ້ສະເໜີຕໍ່ລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດ, ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຄຳໝັ້ນສັນຍາ ມານະພະຍາຍາມເພື່ອຟື້ນຟູການຜະລິດ, ຮ່ວມເດີນທາງກັບ ລັດຖະບານຫວຽດນາມ. ທ່ານ Hongsun, ປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ ຍົກອອກຄຳເຫັນວ່າ:

ຂ້າພະເຈົ້າຕີລາຄາສູງຕໍ່ຄວາມຂ້ຽວຂາດຂອງລັດຖະບານ ຫວຽດນາມ ຍາມໃດກໍ່ມີນະໂຍບາຍຢ່າງທັນການເພື່ອໜູນຊ່ວຍວິສາຫະກິດລົງທຶນຕ່າງປະເທດໃນນັ້ນມີວິສາຫະກິດຂອງ .ເກົາຫຼີຢ່າງມີປະສິດທິຜົນໃນຈຸດເວລານີ້ ແມ່ນຈຸດເວລາຜ່ານຜ່າໂລກລະບາດເພື່ອພັດທະນາຟື້ນຟູພື້ນຖານເສດຖະກິດພວກຂ້າພະເຈົ້າຂໍສະເໜີໃຫ້ເຊື່ອມຕໍ່ຄືນໃໝ່ສາຍການບິນລະຫວ່າງ ຫວຽດນາມ ກັບບັນດາປະເທດທີ່ຄວບຄຸມໂລກລະບາດໄດ້ໂດຍພື້ນຖານເພື່ອໃຫ້ການເຄື່ອນໄຫວດຳເນີນທຸລະກິດກັບຄືນສູ່ສະພາບປົກກະຕິ.

(ແຫຼ່ງຄັດຈາກ VOV)


top