ຂ່າວສານ

ມາດຕະການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງຢູ່ຫວຽດນາມ

      ຕອນບ່າຍວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ກົມຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ) ໄດ້ສົມທົບກັບທະນາຄານໂລກ ຈັດກອງປະຊຸມສຳມະນາເພື່ອຮັບເອົາຄຳເຫັນແນໃສ່ບົດລາຍງານຄຸ້ມຄອງໃຫ້ຄວາມໝັ້ນຄົງນ້ຳຢູ່ຫວຽດນາມ ແລະ ຮ່າງດຳລັດກຳນົດເລື່ອງຈຳກັດການຂຸດຄົ້ນນ້ຳຢູ່ໃຕ້ດິນ.
      ບັນດາຜູ້ແທນໄດ້ເຕື້ອງເຖິງບັນດາບັນຫາຄື: ຄຸ້ມຄອງຄວາມໝັ້ນຄົງນ້ຳຢູ່ຫວຽດນາມ: ສະພາບການ ແລະ ບັນດາວິທີການ; ແນະນຳຮ່າງດຳລັດກຳນົດເລື່ອງຈຳກັດການຂຸດຄົ້ນນ້ຳໃຕ້ດິນ ເພື່ອແນໃສ່ໃຫ້ບັນດາມາດຕະຖານກຳນົດຂອບເຂດ, ປະກາດບັນດາເຂດຫວງຫ້າມ, ຈຳກັດການຂຸດຄົ້ນນ້ຳໃຕ້ດິນ…
      ບັນດາຜູ້ແທນໄດ້ສະເໜີວ່າ ນອກຈາກບັນດາຄວາມມານະພະຍາຍາມຊຸກຍູ້ການຮ່ວມມື 2 ຝ່າຍ, ຫຼາຍຝ່າຍກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນນ້ຳຢ່າງໝັ້ນຄົງແລ້ວ, ຫວຽດນາມ ຄວນສຸມໃສ່ສ້າງນະໂຍບາຍ, ກົດໝາຍ, ຍຸດທະສາດ, ວາງແຜນໃນການຂຸດຄົ້ນ, ນຳໃຊ້ນ້ຳ, ປົກປ້ອງແຫຼ່ງນ້ຳ… ໃຫ້ສົມບູນແບບ.
 (ແຫຼ່ງຄັດຈາກ VOV)


top