ຂ່າວສານ

ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ຕ້ອງ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດ​າ​ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ແຖວ​ໜ້າ ຫວຽດ​ນາມ ແລະ ໂລກ

ທ່ານນາຍົກລັດຖະມົນຕີ ສະເໜີ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ສຸມໃສ່ພັດທະນາບາງຂົງເຂດວິທະຍາສາດພື້ນຖານ, ບຳລຸງສ້າງວິຊາສະເພາະ, ມີທ່າແຮງຂອງ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຍາມໃດກໍ່ຕິດແທດກັບຄຳຂວັນກະທຳທີ່ວ່າ: “ບັນລຸໄດ້ສິ່ງສຸດຍອດດ້ວຍພູມປັນຍາ”, ເສີມຂະຫຍາຍຄຸນຄ່າຫຼັກແຫຼ່ງ “ນະວັດຕະກຳ - ຄວາມຮັບຜິດຊອບແຫ່ງຊາດ - ການພັດທະນາຍືນຍົງ”. ທ່ານນາຍົກລັດຖະມົນຕີ ສະເໜີ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ສຸມໃສ່ພັດທະນາບາງຂົງເຂດວິທະຍາສາດພື້ນຖານ, ບຳລຸງສ້າງວິຊາສະເພາະ, ມີທ່າແຮງຂອງ ຫວຽດນາມ, ເໝາະສົມກັບທ່າອ່ຽງຂອງໂລກ. ພ້ອມກັນນັ້ນ, ກໍ່ຍູ້ແຮງການຄົ້ນຄ້ວາວິທະຍາສາດ, ພັດທະນາ ວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ - ມະນຸດສາດ, ວິທະຍາສາດພື້ນຖານ ແລະ ວິທະຍາສາດໝູນໃຊ້, ພິເສດແມ່ນປະກອບສ່ວນສະໜອງຂໍ້ອ້າງອິງທາງດ້ານວິທະຍາສາດ, ມີຄວາມໄວ້ເນື້ອເຊື່ອໃຈສຳລັບພັກ ແລະ ລັດ ໃນການວາງແຜນກຳນົດຍຸດທະສາດ, ສ້າງແຜນນະໂຍບາຍ, ແນວທາງ, ແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ໃນໄລຍະພັດທະນາໃໝ່, ທ່ານນາຍົກລັດຖະມົນຕີ ຫວັງວ່າ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຈະແມ່ນໜຶ່ງໃນບັນດາສະຖານທີ່ເຕົ້າໂຮມນັກວິທະຍາສາດ ແຖວໜ້າຂອງຫວຽດນາມ ແລະ ໂລກ, ແມ່ນສະຖານທີ່ບຳລຸງສ້າງປັນຍາຊົນທີ່ມີຂອບຂະໜາດໃຫຍ່, ນັກທຸລະກິດທີ່ປະສົບຜົນສຳເລັດ, ເໝາະສົມກັບບົດບາດນຳໜ້າໃນລະບົບການສຶກສາຂັ້ນສູງຂອງ ຫວຽດນາມ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບມະຫາວິທະຍາໄລ FPT ແລະ ບໍລິສັດຊອບແວ FPT ຈຳກັດ, ຢູ່ເຂດເຕັກໂນໂລຊີສູງ ຮ່ວາລາກ, ຮ່າໂນ້ຍ. FPT ແມ່ນວິສາຫະກິດນຳໜ້າກ່ຽວກັບການຫັນເປັນດີຈີຕອນຢູ່ ຫວຽດນາມ ນັບແຕ່ຊຸມປີ 2016. ມາຮອດປະຈຸບັນ, FPT ປະກົດມີຢູ່ 29 ປະເທດ, ແມ່ນຄູ່ຮ່ວມມືຫັນເປັນດີຈີຕອນແຖວໜ້າຂອງກຸ່ມບໍລິສັດນັບຮ້ອຍແຫ່ງ, ອົງການມີຊື່ສຽງໃນໂລກ.

ເມື່ອແລກປ່ຽນກັບນັກສຶກສາມະຫາວິທະຍາໄລ FPT, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ, ບັນດານັກສຶກສາມະຫາວິທະຍາໄລ FPT ເວົ້າສະເພາະ ແລະ ນັກສຶກສາໃນທົ່ວປະເທດເວົ້າລວມ ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຄວາມຮູ້, ມີຄວາມຊຳນານດ້ານວິຊາຊະເພາະ, ຈາກນັ້ນ, ປະຕິບັດວຽກງານເປັນຢ່າງດີ ແລະ ກາຍເປັນພົນລະເມືອງດີຈີຕອນ, ປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ.


top