ຂ່າວສານ

ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ເພີ່ມຂຶ້ນ 97 ຂັ້ນ​ໃນ​ຕາ​ຕະ​ລາງ​ຈັດ​​ອັນ​ດັບ Webometrics ເດືອນ​ມັງ​ກອນ​ປີ 2023

ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ເພີ່ມຂຶ້ນ 97 ຂັ້ນເມື່ອທຽບໃສ່ກັບໝາກຜົນທີ່ໄດ້ປະກາດໃນເດືອນສິງຫາ ປີ 2022, ແຕ່ອັນດັບ 758 ຂຶ້ນ ອັນດັບ 661 ຂອງໂລກ, ຢູ່ອັນດັບ 137 ຂອງອາຊີ ແລະ ຢູ່ອັນດັບ 11 ຂອງອາຊີຕາເວັນອອກສ່ຽງໃຕ້, ສືບຕໍ່ຮັກສາລະດັບທີໜຶ່ງຢູ່ ຫວຽດນາມ.
  ຕາຕະລາງຈັດອັນດັບມະຫາວິທະຍາໄລ ຢູ່ອາຊີຕາເວັນອອກສ່ຽງໃຕ້ (ພາບ: webometrics.info)  

ວັນທີ 1 ກຸມພາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ: ຫ້ອງການທົດລອງ Cybermetrics Labs (ຂຶ້ນກັບສະພາຄົ້ນຄ້ວາແຫ່ງຊາດ ແອັດສະປາຍ) ຫາກໍ່ປະກາດຕາຕະລາງຈັດອັນດັບ ຄັ້ງທີ 1 ປີ 2023, ໃນນັ້ນ, ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ເພີ່ມຂຶ້ນ 97 ຂັ້ນເມື່ອທຽບໃສ່ກັບໝາກຜົນທີ່ໄດ້ປະກາດໃນເດືອນສິງຫາ ປີ 2022, ແຕ່ອັນດັບ 758 ຂຶ້ນ ອັນດັບ 661 ຂອງໂລກ, ຢູ່ອັນດັບ 137 ຂອງອາຊີ ແລະ ຢູ່ອັນດັບ 11 ຂອງອາຊີຕາເວັນອອກສ່ຽງໃຕ້, ສືບຕໍ່ຮັກສາລະດັບທີໜຶ່ງຢູ່ ຫວຽດນາມ.      

Top 10 ຮາກຖານການສຶກສາມະຫາວິທະຍາໄລຂອງ ຫວຽດນາມ ໃນຕາຕະລາງຈັດອັນດັບເດືອນມັງກອນ ປີ 2023 ລວມມີ: ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລ ໂຕນດຶກຖັງ, ມະຫາວິທະຍາໄລຢຸຍເຕິນ, ມະຫາວິທະຍາໄລຫງວຽນເຕິດແທັງ, ມະຫາວິທະຍາໄລ ສັບພະວິຊາຮ່າໂນ້ຍ, ມະຫາວິທະຍາໄລສັບພະວິຊາ ໂຮ່ຈີມິນ, ມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈີມິນ, ມະຫາວິທະຍາໄລ ອຸດສາຫະກຳ ນະຄອນໂຮ່ຈີມິນ, ມະຫາວິທະຍາໄລ ດ່ານັ້ງ ແລະ ມະຫາວິທະຍາໄລ ເກິ່ນເທີ.


top