ຂ່າວສານ

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.
ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ (ພາບ: VNA)

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ (15/11/1966-15/11/2026) ແລະ ຕ້ອນ​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ສາມ, ຕອນ​ເຊົ້າ​ວັນ​ທີ 14 ພະ​ຈິກ, ຢູ່​ບໍ​ລິ​ເວນ​ຂອງ​ໂຮງ​ຮຽນ​ຢູ່​ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ ທາງ​ໂຮງ​ຮຽນ​ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດ​ລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່​ທະ​ເລ, ຂຸດ​ຄົ້ນ​, ປຸງ​ແຕ່ງ​ລົງ​ເລິກ​ແຮ່​ທາດ​ຍຸດ​ທະ​ສາດ​ຮັບ​ໃຊ້​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ. ທາງ​ໂຮງ​ຮຽນ​ຕ້ອງ​ປ່ຽນ​ແປງ​ໃໝ່​ຫຼັກ​ສູດ​ຢ່າງ​ແຮງ​ຕາມ​ທິດ​ທັນ​ສະ​ໄໝ, ລະ​ຫວ່່​າງ​ຂະ​ແໜງ, ສະ​ສົມ​ຄວາມ​ສາ​ມາດ​ດ້ານ​ດີ​ຈີ​ຕອນ ແລະ ການ​ຫັນ​ເປັນ​ສີ​ຂຽວ, ເພີ່ມ​ທະ​ວີ​ການ​ຕິດ​ພັນ​ລະ​ຫວ່າງ ໂຮງ​ຮຽນ ກັບ​ການ​ວຽກ​ງານ​ຕົວ​ຈິງ ແລະ ທ້ອງ​ຖິ່ນ; ເປັນ​ເຈົ້າ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່ຍອດ​ຢ້ຽມ, ບັນ​ດາ​ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ໃນ​ບັນ​ດາ​ຂົງ​ເຂດ​ໃໝ່. ທ່ານ ໃຫ້​ຮູ້​ວ່າ:

ສຸມ​ໃສ່​ຄົ້ນ​ຄ້​ວາ​ເຂົ້າ​ບັນ​ດາ​ຂົງ​ເຂດຫຼັກ​ແຫຼ່ງ, ເປັນ​ເຈົ້າ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ສຳຫຼວດ, ຂຸດ​ຄົ້ນ​ແຮ່​ທາດ​ຍຸດ​ທະ​ສາດ, ດິນ​ຫາ​ຍາກ; ເຕັກ​ໂນ​ໂລ​ຢີ​ຂຸດ​ຄົ້ນ​ບໍ່​ແຮ່​ຢູ່​ໃຕ້​ດິນ​ທີ່​ປອດ​ໄພ; ການ​ເຈາະ​ໃຕ້​ດິນ​ຢູ່​ເຂດ​ຕົວ​ເມືອງ ແລະ ລະ​ບົບ​ກ່າວ​ເຕືອນ​ໄພ​ທຳ​ມະ​ຊາດ, ນ້ຳ​ຖ້ວມ​ນ້ຳ​ແກ່ວງ, ດິນ​ເຊາະ​ເຈື່ອນ​ໂດຍ​ໄວ. ຫັນ​ປ່ຽນ​ຢ່າງ​ແຮງ​ຈາກ​ການ​ຄົ້ນ​ຄ້​ວາຮັບ​ໃຊ້ ໄປ​ສູ່ ​ການ​ຄົ້ນ​ຄ້​ວາ​ນຳ​ພາ; ຖື​ການ​ນຳ​ໃຊ້​ໃນ​ຕົວ​ຈິງ, ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ແມ່ນ​ໄມ້ຫຼ້າ​ວັດ​ແທກ​ຄຸນ​ຄ່​າ​ວິ​ທະ​ຍາ​ສາດ. ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ ແລະ ສ້າງ​ສຳ​ເລັດລະ​ບອບ​ລະ​ບຽບ​ການ​.


top