ວັນທີ 06 ມັງກອນ 2026, ກົມການເມືອງໄດ້ປະກາດໃຊ້ມະຕິສະບັບເລກທີ 79 – NQ/TW ກ່ຽວກັບການພັດທະນາລັດວິສາຫະກິດ, ໃນນັ້ນ ຢັ້ງຢືນວ່າ ລັດວິສາຫະກິດແມ່ນກຳລັງໜູນສຳຄັນຂອງເສດຖະກິດແຫ່ງລັດ, ສວມບົດບາດແກ່ນສານ, ນຳພາ ແລະ ດັດສົມໃນບັນດາຂົງເຂດຫຼັກແຫຼ່ງ. ເພື່ອສວມບົດບາດນຳໜ້າໃນການສ້າງສາພັດທະນາ, ນຳພາ, ເປີດທາງ, ມະຕິກໍໄດ້ເນັ້ນໜັກເປັນພິເສດເຖິງຄຳຮຽກຮ້ອງລັດວິສາຫະກິດຕ້ອງປ່ຽນແປງໃໝ່ຢ່າງແຮງ, ຖືວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນເປັນກຳລັງໜູນຕົ້ນຕໍ່, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ.
ວິທີການສຳຜັດຂອງມະຕິສະບັບເລກທີ 79 – NQ/TW (ມະຕິສະບັບເລກທີ 79) ແມ່ນວິທີສຳຜັດປ່ຽນແປງໃໝ່ຢ່າງຮອບດ້ານ. ຈິນຕະນາການຄຸ້ມຄອງລັດວິສາຫະກິດໄດ້ມີການຫັນປ່ຽນຢ່າງແຮງຈາກເປົ້າໝາຍຮັກສາຂອບຂະໜາດໄປສູ່ເປົ້າໝາຍສ້າງມູນຄ່າເພີ່ມສູງກວ່າໃຫ້ແກ່ພື້ນຖານເສດຖະກິດ.
ລົບລ້າງບັນດາຈຸດອຸດຕັນຢ່າງຂ້ຽວຂາດ
ຈາກພຶດຕິກຳຕົວຈິງຂອງການປ່ຽນແປງໃໝ່ໃນ 40 ປີຜ່ານມາ, ລັດວິສາຫະກິດ ໄດ້ເສີມຂະຫຍາຍບົດບາດເປັນເສົາຄ້ຳ, ປະກອບສ່ວນຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ນັກຊ່ຽວຊານເສດຖະກິດ, ທ່ານ ປອ. ຫງວຽນດິ່ງຈູງ, ອະດີດຫົວໜ້າສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ (CIEM) ຖືວ່າ:
“ລັດວິສາຫະກິດຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພືິ້ນຖານເສດຖະກິດ, ພິເສດແມ່ນຄວາມດຸ່ນດ່ຽງກ່ຽວກັບດ້ານພະລັງງານ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ພ້ອມດຽວກັນນັ້ນ, ລັດວິສາຫະກິດໃນບັນດາຂົງເຂດຄື: ການເງິນ, ທະນາຄານ, ໂທລະຄົມມະນາຄົມ…, ແມ່ນບັນດາວິສາຫະກິດ “ນຳໜ້າ” ແລະ ພວມນຳພາການພັດທະນາບັນດາຂະແໜງແກ່ນສານຂອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍຕາມ, ຕ້ອງສືບຕໍ່ມີການປະຕິຮູບໃນບັນດາຂົງເຂດລັດວິສາຫະກິດ, ເພື່ອໃຫ້ຂົງເຂດນີ້ຈະມີການປະກອບສ່ວນ, ສວມບົດບາດທີ່ໃຫຍ່ກວ່າ, ມີປະສິດທິຜົນກວ່າໃນການປະຕິບັດບັນດາໜ້າທີ່ ເຊິ່ງລັດ ໄດ້ມອບໝາຍ”.
ເມື່ອຊີ້ແຈ້ງບັນດາທ່າໄດ້ປຽບ ເຊິ່ງລັດວິວິສາຫະກິດພວມມີຢູ່, ທ່ານ ປອ. ຫງວຽນດຶກກຽນ, ອະດີດຮອງປະທານຄະນະກຳມະການເສດຖະກິດຂອງສະພາແຫ່ງຊາດ, ຢັ້ງຢືນວ່າ ເລື່ອງກຳນົດບົດບາດນຳພາຂອງລັດວິສາຫະກິດເພື່ອສ້າງລະບົບມູນຄ່າໃຫ້ແກ່ພື້ນຖານເສດຖະກິດນັ້ນ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ.
“ມູນຄ່າລົງທຶນທັງໝົດ, ອັດຕາສ່ວນທີ່ໃນພາສີອາກອນຂອງລັດວິສາຫະກິດແມ່ນ 12,2%, ແຕ່ມູນຄ່າການລົງທຶນຂອງລັດວິສາຫະກິດໃນການລົງທຶນພັດທະນາການຜະລິດແມ່ນຂຶ້ນເຖິງ 27,5%. ໝາຍຄວາມວ່າ ລະດັບການລົງທຶນດັ່ງກ່າວຂອງລັດວິສາຫະກິດແມ່ນສູງກວ່າຫຼາຍເມື່ອທຽບໃສ່ກັບຂົງເຂດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ພາກສ່ວນເສດຖະກິດອື່ນ. ນີ້ແມ່ນທ່າໄດ້ປຽບຂອງລັດວິສາຫະກິດ ເມື່ອປະຕິບັດກຳນົດທິດຍຸດທະສາດເສດຖະກິດຂອງລັດ”.
ຈິດໃຈເປັນແກ່ນສານຂອງມະຕິສະບັບເລກທີ 79 ແມ່ນລົບລ້າງບັນດາ “ຈຸດອຸດຕັນ” ທີ່ຄົງຄ້າງໃນຫຼາຍປີຜ່ານມາ. ນັ້ນແມ່ນຈິນຕະນາການທີ່ໄດ້ລໍຄອຍ, ເອືອຍອີງໃສ່ກົນໄກອາລັກຂາ; ແມ່ນການສັບປົນລະຫວ່າງພາລະບົດບາດຄຸ້ມຄອງລັດ ແລະ ພາລະບົດບາດເປັນກຳມະສິດ; ແມ່ນສະພາບການນຳໃຊ້ສິດອຳນາດບໍ່ໄປຄຽງຄູ່ກັບຄວາມຮັບຜິດຊອບ, ພາໄປເຖິງຈິດຕະຢ້ານຜິດ, ຫຼີກລ້ຽງການປ່ຽນແປງໃໝ່.
ມະຕິສະບັບເລກທີ 79 ເປີດກອບການເຄື່ອນໄຫວໃໝ່
ໄປຄຽງຄູ່ກັບການການກຳນົດການລົບລ້າງບັນດາ “ຈຸດອຸດຕັນ” ທີ່ຄົງຄ້າງໃນຫຼາຍປີ, ມະຕິສະບັບເລກທີ 79 ໄດ້ວາງອອກເປົ້າໝາຍລະອຽດ: ຮອດປີ 2030, ສູ້ຊົນ ມີລັດວິສາຫະກິດ 50 ແຫ່ງນອນໃນກຸ່ມວິສາຫະກິດ 500 ແຫ່ງໃຫຍ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ມີລັດວິສາຫະກິດແຕ່ 1 ຫາ 3 ແຫ່ງທີ່ນອນກຸ່ມວິສາຫະກິດ 500 ແຫ່ງໃຫຍ່ສຸດໃນໂລກ. ພ້ອມດຽວກັນນັ້ນ, ສ້າງກຸ່ມບໍລິສັດເສດຖະກິດ, ລັດວິສາຫະກິດຈຳນວນໜຶ່ງທີ່ມີກຳລັງແກ້ງແຍ້ງລະດັບພາກພື້ນ ແລະ ສາກົນ, ສວມບົດບາດປະຈັນບານ, ນຳພາບັນດາວິສາຫະກິດພາຍໃນປະເທດເຂົ້າຮ່ວມບາງລະບົບຜະລິດ ແລະ ສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ, ພິເສດແມ່ນໃນບັນດາຂົງເຂດແກ່ນສານ, ຍຸດທະສາດຂອງພື້ນຖານເສດຖະກິດ.
ເມື່ອຂອບເຂດລະບອບລະບຽບການໄດ້ເຮັດແຈ້ງ, ຮົ້ວກີດຂວາງຈິນຕະນາການໄດ້ຮັບການແກ້ໄຂ, ວິສາຫະກິດແຫ່ງຊາດ ມີເງື່ອນໄຂເພື່ອຍົກສູງກຳລັງບໍລິຫານ, ກ້າຫານລົງທຶນໃຫ້ແກ່ຂົງເຂດວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ບັນດາຂົງເຂດທີ່ມີລັກສະນະຍຸດທະສາດ ແລະ ຍາວນານກວ່າອີກ. ທ່ານ ຟ້າມຕວັນແອັງ, ສະມາຊິກສະພາສະມາຊິກກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam), ເຊິ່ງເປັນວິສາຫະກິດແຫ່ງຊາດທີ່ພວມມີຄວາມຕັດສິນໃຈຈົດຊື່ເຂົ້າບັນຊີລາຍຊື່ວິສາຫະກິດ 500 ແຫ່ງແຖວໜ້າໂລກໃນປີ 2030, ແບ່ງປັນວ່າ:
“ວິສາຫະກິດຕ້ອງຍົກລະດັບກຳລັງແກ້ງແຍ້ງ, ຫັນເປັນດີຈີຕອນຮອບດ້ານ, ຫັນເປັນສີຂຽວ, ພັດທະນາແບບຍືນຍົງ ແລະ ປະສົມປະສານບັນດາມາດຕະຖານສີຂຽວເຂົ້າໃນການຕີລາຄາປະສິດທິຜົນຂອງວິສາຫະກິດ. ສຳຄັນແມ່ນປ່ຽນແປງໃໝ່ຮູບແບບດຳເນີນທຸລະກິດ ແລະ ການລົງທຶນ, ຈາກຮູບແບບດຳເນີນທຸລະກິດແບບເກົ່າ ໄປສູ່ຮູບແບບອີງໃສ່ການບໍລິການ, ຄຸນຄ່າຂໍ້ມູນ ແລະ ແພຼດຟອມ, ເພີ່ມອັດຕາສ່ວນລົງທຶນ ແລະ ຄົ້ນຄວ້າພັດທະນານະວັດຕະກຳ. ເນື້ອໃນອີກອັນໜຶ່ງ ນັ້ນແມ່ນຫັນເປັນວິສາຫະກິດສາກົນ”.
ມະຕິສະບັບເລກທີ 79 ໄດ້ເປີດ “ກອບການເຄື່ອນໄຫວ” ໃໝ່ໃຫ້ແກ່ລັດວິສາຫະກິດໃນໄລຍະພັດທະນາຕໍ່ໄປ. ການຄົງຕົວ ແລະ ພັດທະນາຂອງລັດວິສາຫະກິດບໍ່ພຽງແຕ່ໄດ້ວັດແທກດ້ວຍຂອບຂະໜາດຊັບສິນ ຫຼື ຈຳນວນວິສາຫະກິດເທົ່ານັ້ນ, ຫາກຍັງໄດ້ວັກແທກດ້ວຍລະດັບການປະກອບສ່ວນເຂົ້າໃນການເຕີບໂຕ, ກຳລັງແກ້ງແຍ້ງແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງແທ້ຈິງ. ດັ່ງນັ້ນ, ການປ່ຽນແປງໃໝ່ ບໍ່ແມ່ນການຄັດເລືອກອີກດ້ວຍ, ຫາກຍັງແມ່ນເສັ້ນທາງໜຶ່ງດຽວເພື່ອໃຫ້ລັດວິສາຫະກິດສືບຕໍ່ຮັກສາທີ່ຕັ້ງເປັນແກ່ນສານໃນພື້ນຖານເສດຖະກິດ. /.