ຂ່າວສານ

ມະຫາວິທະຍາໄລ Phenikaa ນຳໜ້າໃນການພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກໍາ

ມະຫາວິທະຍາໄລ Phenikaa ນຳໜ້າໃນການພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກໍາ .ນີ້ແມ່ນການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງເມື່ອເຂົ້າຮ່ວມພິທີປະກາດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີກ່ຽວກັບການ ຫັນປ່ຽນໂຮງຣຽນມະຫາວິທະຍາໄລ Phenikaa ເປັນມະຫາວິທະຍາໄລ Phenikaa ໃນຕອນບ່າຍວັນທີ 22 ກໍລະກົດຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢ້ຽມຢາມ ມະຫາວິທະຍາໄລ Phenikaa

ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ມະຫາວິທະຍາໄລ Phenikaa  ກາຍເປັນມະຫາວິທະຍາໄລຫຼາຍວິຊາ, ຫຼາຍຂົງເຂດ, ເຄື່ອນໄຫວພາຍໃຕ້ຮູບແບບມະຫາວິທະຍາໄລ - ວິສາຫະກິດ, ເຊື່ອມໂຍງຢ່າງແໜ້ນແຟ້ນກັບລະບົບນິເວດຂອງກຸ່ມບໍລິສັດ Phenikaa, ສ້າງເປັນມະຫາວິທະຍາໄລປ່ຽນແປງໃໝ່ປະດິດຄິດສ້າງດ້ວຍ 3 ໜ້າທີ່ຫຼັກຄື: ການຝຶກອົບຮົມ, ການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ.

       ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ມະຫາວິທະຍາໄລ Phenikaa ຄວນຊຸກຍູ້ບັນດາການເຄື່ອນໄຫວຄົ້ນຄວ້າວິທະຍາສາດ, ນະວັດຕະກໍາ ແລະ ຖ່າຍທອດເຕັກໂນໂລຢີຢ່າງເປັນລະບົບ ແລະ ເປັນມືອາຊີບໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ຂະຫຍາຍບັນດາໂຄງການຝຶກອົບຮົມພາກປະຕິບັດຕາມທິດສະເພາະ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: Phenikaa ເປັນມະຫາວິທະຍາໄລມີຄວາມເປັນເຈົ້າຕົນເອງທີ່ດີຫຼາຍ. ຂ້າພະເຈົ້າຫວັງໃຫ້ມະຫາວິທະຍາໄລ Phenikaa ສືບຕໍ່ເປັນຜູ້ບຸກເບີກໃນການພັດທະນາວິທະຍາສາດແລະເຕັກໂນໂລຢີ, ນະວັດຕະກໍາແລະການຫັນເປັນດິຈິຕອນ. ຜູ້ບຸກເບີກໃນການຝຶກອົບຮົມ, ປະກອບສ່ວນເຂົ້າເຂົ້າໃນກ໋ໍສ້າງແຫຼ່ງຊັບພະຍາກອນມະນນນນຸດທີ່ມີຄຸນນະພາບສູງໃຫ້ແກ່ປະເທດຊາດ .


top