ຂ່າວສານ

ມະຫາວິທະຍາໄລ Hamburg (ເຢຍລະມັນ) ຈັດກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ

ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມ ແລະ ປຶກສາຫາລືຂອງບັນດານັກຊ່ຽວຊານ, ນັກຄົ້ນຄວ້າມາຈາກຫຼາຍປະເທດໃນໂລກຄື: ເຢຍລະມັນ, ຝລັ່ງ, ອົດສະຕາລີ, ຍີ່ປຸ່ນ…
  ທ່ານນາງປະລິນຍາເອກ Eve Wilden, ສະຖາບັນອາຊີ - ອາຟຼິກກາ (ພາບ: TTXVN)  

ວັນທີ 18 ພະຈິກ, ສະຖາບັນອາຊີ - ອາຟຼິກກາ ສັງກັດມະຫາວິທະຍາໄລ Hamburg (ເຢຍລະມັນ) ໄດ້ຈັດກອງປະຊຸມສຳມະນາສາກົນກ່ຽວກັບບັນດາຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ແລະ ບັນຫາທະເລຕາເວັນອອກ ແບບທາງໄກ ແລະ ເຊິງໜ້າ.

ດ້ວຍຫົວຂໍ້ “ບັນດາຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ທະເລຕາເວັນອອກ - ທັດສະນະຈາກພາກພື້ນ”, ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມ ແລະ ປຶກສາຫາລືຂອງບັນດານັກຊ່ຽວຊານ, ນັກຄົ້ນຄວ້າມາຈາກຫຼາຍປະເທດໃນໂລກຄື: ເຢຍລະມັນ, ຝລັ່ງ, ອົດສະຕາລີ, ຍີ່ປຸ່ນ… ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານລ້ວນແຕ່ຢືນຢັນວ່າ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ຄຳຕັດສິນໃນປີ 2016 ຂອງສານກຳມະການ  (PCA) ແມ່ນບັນດາພື້ນຖານນິຕິກຳຢ່າງໝັ້ນແກ່ນ ແລະ ສຳຄັນທີ່ສຸດ ໃຫ້ແກ່ເລື່ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ. ຕາມບັນດານັກຊ່ຽວຊານ, ພຽງຕັ້ງໜ້າດຳເນີນການເຈລະຈາ ບົນພື້ນຖານກົດໝາຍສາກົນ ແລະ ເຄົາລົບເຊິ່ງກັນແລະ ກັນ, ຄິດໄລ່ເຖິງຜົນປະໂຫຍດຢ່າງປະສົມກົມກ່ຽວລະຫວ່າງບັນດາຝ່າຍ, ພ້ອມທັງຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມື ມຸ່ງໄປເຖິງອະນາຄົດ, ຈຶ່ງແມ່ນມາດຕະການແກ້ໄຂເປັນຢ່າງດີທີ່ສຸດ ໃນການແກ້ໄຂການປະທະກັນ, ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ກໍ່ຄືໃນໂລກ.


top