ຂ່າວສານ

ມະນຸດສະທຳ, ວຽກງານກຸສົນແມ່ນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ມະນຸດສະທຳ, ວຽກງານກຸສົນແມ່ນຈຸດຄວາມງາມ, ເປັນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ມະນຸດສະທຳ, ວຽກງານກຸສົນແມ່ນຈຸດຄວາມງາມ, ເປັນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ.

 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ແທນດີເດັ່ນ

ຕອນເຊົ້າວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ແທນດີເດັ່ນ 80 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 11 ສະພາກາແດງ ຫວຽດນາມ ອາຍຸການ 2022 – 2027.

        ດ້ວຍຖານະເປັນປະທານກິດຕິມະສັກຂອງສະພາກາແດງ ຫວຽດນາມ ຊຸດທີ 10, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ມະນຸດສະທຳ, ວຽກງານກຸສົນແມ່ນຈຸດຄວາມງາມ, ເປັນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ, ເຊິ່ງໄດ້ຮັບການສືບທອດຈາກລຸ້ນກ່ອນໆຈົນມາຮອດປະຈຸບັນ, ເປັນການສະແດງໃຫ້ເຫັນຄວາມຮັກແພງ, ເຄົາລົບ ແລະ ປົກປ້ອງມະນຸດ. ຕາມທ່ານເລຂາທິການໃຫຍ່ແລ້ວ, ໃນບັນດາການເຄື່ອນໄຫວມະນຸດສະທຳ, ວຽກງານກຸສົນທີ່ເຕັມໄປດ້ວຍຄວາມໝາຍນັ້ນ, ສະພາກາແດງ ຫວຽດນາມ ໄດ້ສວມບົດບາດ, ທີ່ຕັ້ງສຳຄັນທີ່ສຸດ. ໃນອາຍຸການຈະມາເຖິງ, ສະພາກາແດງ ຫວຽດນາມ ຕ້ອງຈັດຕັ້ງຢ່າງມີແບບມີແຜນກວ່າ, ສ້າງຂະບວນການມະນຸດທຳມະຢ່າງແທດຈິງກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

 


top