ປະເທດຊາດກຳລັງ ກ້າວເຂົ້າສູ່ ຍຸກສະໄໝ ແຫ່ງການ ພັດທະນາໃໝ່, ເຊິ່ງໄດ້ວາງອອກ ຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນ ໃນການເສີມຂະຫຍາຍບົດບາດ ຂອງ ວັດທະນະທຳ ໃຫ້ແຂງແຮງຍິ່ງຂຶ້ນ ໃນຍຸດທະສາດ ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ໃນວັນທີ 7 ມັງກອນ 2026, ກົມການເມືອງ ໄດ້ປະກາດໃຊ້ ມະຕິເລກທີ 80 -NQ/TW ກ່ຽວກັບການພັດທະນາ ວັດທະນະທຳ ຫວຽດນາມ, ໂດຍຢືນຢັນຢ່າງຈະແຈ້ງວ່າ: ການລົງທຶນ ໃຫ້ແກ່ວັດທະນະທຳ ກໍ່ຄືການລົງທຶນ ໃຫ້ແກ່ ອະນາຄົດ ຂອງຊາດ.
ປະເທດຊາດກຳລັງ ກ້າວເຂົ້າສູ່ ຍຸກສະໄໝ ແຫ່ງການ ພັດທະນາໃໝ່, ເຊິ່ງໄດ້ວາງອອກ ຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນ ໃນການເສີມຂະຫຍາຍບົດບາດ ຂອງ ວັດທະນະທຳ ໃຫ້ແຂງແຮງຍິ່ງຂຶ້ນ ໃນຍຸດທະສາດ ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ໃນວັນທີ 7 ມັງກອນ 2026, ກົມການເມືອງ ໄດ້ປະກາດໃຊ້ ມະຕິເລກທີ 80 -NQ/TW ກ່ຽວກັບການພັດທະນາ ວັດທະນະທຳ ຫວຽດນາມ, ໂດຍຢືນຢັນຢ່າງຈະແຈ້ງວ່າ: ການລົງທຶນ ໃຫ້ແກ່ວັດທະນະທຳ ກໍ່ຄືການລົງທຶນ ໃຫ້ແກ່ ອະນາຄົດ ຂອງຊາດ.
ມະຕິເລກທີ 80-NQ/TW ບໍ່ພຽງແຕ່ເບິ່ງວັດທະນະທຳ ແມ່ນ ຂົງເຂດ ສັງຄົມ - ຈິດໃຈເທົ່ານັ້ນ, ແຕ່ຍັງຍົກລະດັບໃຫ້ກາຍເປັນ ເສົາຄ້ຳ ແຫ່ງການພັດທະນາ, ຕິດພັນຢ່າງແໜ້ນແຟ້ນ ກັບເປົ້າໝາຍ ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ ຂອງ ປະເທດຊາດ. ນີ້ແມ່ນ ບາດກ້າວແຫ່ງການພັດທະນາ ທີ່ມີລັກສະນະບຸກທະລຸ
ທາງດ້ານ ແນວຄິດທິດສະດີ ແລະ ວິທີການ ນຳພາ ໃນຂົງເຂດວັດທະນະທຳ, ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນ ທີ່ຈະຊຸກຍູ້ ໃຫ້ວັດທະນະທຳ ຂະຫຍາຍຕົວ ສົມຄູ່ກັບ ຖານະບົດບາດ ຂອງ ຫວຽດນາມ ໃນ ຍຸກສະໄໝໃໝ່.
ບັນດານັກດົນຕີ ໂຮງລະຄອນ ລາຊະວັງ ເຫວ້ ສະແດງດົນຕີ ໃນພະລາຊະວັງ ເຫວ້. ພາບ: ກົງດາດ/VNP
ໃນສະພາບການເຊື່ອມໂຍງສາກົນ ທີ່ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ, ມະຕິເລກທີ 80-NQ/TW ໄດ້ເນັ້ນໜັກເປັນພິເສດ ເຖິງຄວາມຮຽກຮ້ອງຕ້ອງການ ໃນການເປັນເຈົ້າການ ແລະ ຕັ້ງໜ້າ ເຊື່ອມໂຍງສາກົນດ້ານວັດທະນະທຳ.
ການພັດທະນາ ວັດທະນະທຳ ໄດ້ຕິດພັນ ກັບການສ້າງ ແລະ ແຜ່ຂະຫຍາຍຍີ່ຫໍ້ ຂອງຊາດ, ໃນນັ້ນ ການສົ່ງອອກ ບັນດາຜະລິດຕະພັນ ແລະ ການບໍລິການ ທາງດ້ານ
ວັດທະນະທຳ ທີ່ຖ່າຍທອດເອກະລັກ ຂອງ ຫວຽດນາມ, ພ້ອມກັບ ຍຸດທະສາດ ການສື່ສານໂຄສະນາ ພາບພົດ ຂອງປະເທດ ແລະ ຜູ້ຄົນ ຫວຽດນາມ ອອກສູ່ ຊາວໂລກ, ໄດ້ຖືກກຳນົດວ່າ ແມ່ນບັນດາ ມາດຕະການສຳຄັນ ເພື່ອເພີ່ມທະວີ “ພະລັງອ່ອນ” ຂອງຊາດ.
ຖ້າຫາກ “ພະລັງແຂງ” ຖືກເຂົ້າໃຈວ່າ ແມ່ນຄວາມສາມາດ ໃນການ ນຳໃຊ້ ເຄື່ອງມື ດ້ານການທະຫານ ແລະ ເສດຖະກິດ ເພື່ອສ້າງ ອິດທິພົນ, “ພະລັງອ່ອນ” ພັດມາຈາກຄວາມດຶງດູດ ແລະ ຄວາມສາມາດ ໃນການ ແຜ່ຂະຫຍາຍຄຸນຄ່າ ທາງດ້ານ ວັດທະນະທຳ, ຮີດຄອງປະເພນີ ແລະ ສັງຄົມ. ສຳລັບ ຫວຽດນາມ, ແຫຼ່ງກຳລັງນີ້ ແມ່ນມີຮາກເຫງົ້າ ມາຈາກປະຫວັດສາດ ອັນຍາວນານ ຫຼາຍພັນປີ, ຄວາມຫຼາກຫຼາຍຂອງຊຸມຊົນ 54 ເຜົ່າ, ພ້ອມກັບ ລະບົບຄຸນຄ່າແຫ່ງມະນຸດສະທຳ ແລະ ຈິດໃຈ ທີ່ຮັກຫອມ ສັນຕິພາບ.
ແນະນຳມໍລະດົກ ວັດທະນະທຳໂລກ ແຕ້ມຮູບພື້ນເມືອງ ດົງໂຮ່ ຢູ່ ຝຣັ່ງ. ພາບ: VNA
ຊາວໜຸ່ມ ຫວຽດນາມ ເຂົ້າຮ່ວມກິດຈະກຳ ຄອນເສີດ “ປິຕຸພູມ ໃນດວງໃຈ” ດ້ວຍຄວາມກະຕືລືລົ້ນ. ພາບ: ແທັງຢາງ/VNP
ໃນວິວັດທະນາການ ດັ່ງກ່າວ, ວັດທະນະທຳ ມີບົດບາດ ເປັນຂົວຕໍ່ ທີ່ສຳຄັນ, ຊ່ວຍແນະນຳ ຫວຽດນາມ ທີ່ເຕັມໄປດ້ວຍເອກະລັກ, ຫົວຄິດປະດິດສ້າງ, ມະນຸດສະທຳ ແລະ ມີຄວາມຮັບຜິດຊອບ ຕໍ່ ປະຊາຄົມສາກົນ. ມະຕິເລກທີ 80-NQ/TW ໄດ້ເປີດແນວຄິດໃໝ່ ຄື: ການເຊື່ອມໂຍງ ດ້ານວັດທະນະທຳ ບໍ່ພຽງແຕ່ແມ່ນການຮັບເອົາ ເທົ່ານັ້ນ, ແຕ່ແມ່ນການເປັນເຈົ້າ ການເຂົ້າຮ່ວມ ໃນກະແສ ວັດທະນະທຳ ຂອງ ມວນມະນຸດ ໃນນາມເປັນເຈົ້າຂອງ ທີ່ມີເອກະລັກ ແລະ ມີຄວາມສາມາດໃນການສ້າງສັນ.
ແຕ່ລະຜະລິດຕະພັນວັດທະນະທຳ ເມື່ອໄດ້ຮັບການແນະນຳ ອອກສູ່ໂລກ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ສີສັນ ຂອງຊາດ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ເຂົ້າໃນຊີວິດການເປັນຢູ່ ທາງດ້ານວັດທະນະທຳລວມ ຂອງມວນມະນຸດ. ຕາມຈິດໃຈ ດັ່ງກ່າວ, ການເຊື່ອມໂຍງດ້ານວັດທະນະທຳ ກໍ່ແມ່ນ ຍຸດທະສາດ ການໂຄສະນາ ພາບພົດ ຂອງຊາດ ໃນຂອບເຂດ ທີ່ກວ້າງຂວາງ, ເຊິ່ງແຕ່ລະຜະລິດຕະພັນວັດທະນະທຳ ສາມາດ ກາຍເປັນ “ທູດ” ທີ່ແຜ່ຂະຫຍາຍຄຸນຄ່າຂອງ ຫວຽດນາມ, ປະກອບສ່ວນ ສ້າງ ຄວາມເຊື່ອໝັ້ນ ແລະ ຄວາມຮັກແພງ ຈາກ ເພື່ອນມິດສາກົນ.
ເພື່ອເຮັດໃຫ້ເປົ້າໝາຍນີ້ປະກົດຜົນເປັນຈິງ, ມະຕິເລກທີ 80-NQ/TW ໄດ້ວາງຂໍ້ກໍານົດ ໃນການກຳນົດຕຳແໜ່ງ ແລະ ພັດທະນາ ບັນດາຜະລິດຕະພັນວັດທະນະທຳ ທີ່ຕິດພັນ ກັບ ຍີ່ຫໍ້ຂອງຊາດ, ຊຸກຍູ້ການສົ່ງອອກດ້ານວັດທະນະທຳ, ພ້ອມທັງ ສ້າງຍຸດທະສາດ ການສື່ສານ, ໂຄສະນາພາບພົດ ຫວຽດນາມ ຢ່າງເປັນລະບົບ, ເປັນມືອາຊີບ ແລະ ມີປະສິດທິຜົນ.
ໃນສະພາບການແຂ່ງຂັນສາກົນ ທີ່ນັບມື້ນັບຂຸ້ນຂ້ຽວ, ກຳລັງແຮງ ຂອງຊາດໜຶ່ງ ບໍ່ພຽງແຕ່ ຖືກວັດແທກດ້ວຍ ທ່າແຮງ ທາງດ້ານ ເສດຖະກິດ ຫຼື ການທະຫານເທົ່ານັ້ນ, ແຕ່ຍັງຢູ່ທີ່ຄວາມສາມາດ ແຜ່ຂະຫຍາຍຄຸນຄ່າ ແລະ ສ້າງອິດທິພົນ ຜ່ານວັດທະນະທຳ.
ບຸນປະເພນີ ຢູ່ເມືອງເກົ່າ ໂຮ້ຍອານ ໄດ້ດຶງດູດນັກທ່ອງທ່ຽວ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ. ພາບ: ແຄັ໋ງຮ່ວາ/VNA
ໜຶ່ງໃນບັນດາມາດຕະການຈຸດສຸມ ແມ່ນການພັດທະນາ ບັນດາ ຂະແໜງ ອຸດສາຫະກຳ ວັດທະນະທຳ ທີ່ມີທ່າແຮງ ໃນການແຂ່ງຂັນ ຢ່າງມີການຄັດເລືອກ, ມຸ່ງໄປສູ່ ການສ້າງຕັ້ງ ບັນດາກຸ່ມບໍລິສັດ ສ້າງສັນ ແລະ ວິສາຫະກິດວັດທະນະທຳ ຂະໜາດໃຫຍ່.
ຄຽງຄູ່ກັນນັ້ນ ແມ່ນ ການປັບປຸງໂຄງລ່າງ ພື້ນຖານວັດທະນະທຳ ແຫ່ງຊາດ ໃຫ້ສົມບູນ, ລວມມີ ລະບົບ ສະຖາບັນ, ໂຄງລ່າງພື້ນຖານຂໍ້ມູນ ແລະ ໂຄງລ່າງ ດີຈີຕອນ, ເພື່ອສ້າງພື້ນຖານ
ໃຫ້ແກ່ການຂະຫຍາຍຕົວ ຢ່າງແຂງແຮງ ຂອງ ບັນດາຂະແໜງ ອຸດສາຫະກຳ ວັດທະນະທຳ ໃນຕ່ອງໂສ້ ມູນຄ່າທົ່ວໂລກ. ໃນສະພາບການແຂ່ງຂັນສາກົນ ທີ່ນັບມື້ນັບຂຸ້ນຂ້ຽວ, ກຳລັງແຮງ ຂອງຊາດໜຶ່ງ ບໍ່ພຽງແຕ່ ຖືກວັດແທກດ້ວຍ ທ່າແຮງ ທາງດ້ານ ເສດຖະກິດ ຫຼື ການທະຫານເທົ່ານັ້ນ, ແຕ່ຍັງຢູ່ທີ່ ຄວາມສາມາດ ແຜ່ຂະຫຍາຍຄຸນຄ່າ ແລະ ສ້າງອິດທິພົນ ຜ່ານວັດທະນະທຳ. ວັດທະນະທຳ ໄດ້ກາຍເປັນ “ຂົວຕໍ່ອ່ອນ” ເພື່ອໃຫ້ໂລກເຂົ້າໃຈ ແຈ້ງກວ່າເກົ່າ ກ່ຽວກັບ ຫວຽດນາມ ທີ່ເຕັມໄປດ້ວຍເອກະລັກ, ມະນຸດສະທຳ, ເປີດກວ້າງ ແລະ ມີຄວາມຮັບຜິດຊອບ.
ເຫດການວັນແຫ່ງວັດທະນະທຳ ໂຮ້ຍອານຢູ່ ເຢຍລະມັນໄດ້ດຶງດູດຄວາມສົນໃຈຈາກພົນລະເມືອງ ແລະ ປະຊາຊົນເຢຍລະມັນ. ພາບ: ເອກະສານ
ຈາກຈິດໃຈ ຂອງ ມະຕິເລກທີ 80-NQ/TW, ການເປັນເຈົ້າການ ເຊື່ອມໂຍງສາກົນ ດ້ານວັດທະນະທຳ, ເສີມຂະຫຍາຍຄຸນຄ່າຮີດຄອງປະເພນີ ພ້ອມກັບການຮັບເອົາສິ່ງຍອດຍິ່ງ ຂອງ ມວນມະນຸດ ໄດ້ຖືກກຳນົດວ່າ ແມ່ນບາດກ້າວ ທີ່ມີລັກສະນະ ຍຸກສະໄໝ. ສິ່ງດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນ ຍົກລະດັບ ຊີວິດການເປັນຢູ່ ທາງດ້ານຈິດໃຈ ຂອງ ສັງຄົມເທົ່ານັ້ນ, ແຕ່ຍັງ ສ້າງພາບພົດ ຫວຽດນາມ ໂດຍກົງ, ເພີ່ມທະວີ ພະລັງອ່ອນ ແລະ ຢືນຢັນຖານະບົດບາດ ຂອງຊາດ ໃນເວທີສາກົນ.
ບົດ: ແທັງຮວ່າ - ພາບ: ກົງດາດ, ແທັງຢາງ/VNP, VNA ແລະ ເອກະສານ