ຂ່າວສານ

ມະຕິສະພາແຫ່ງຊາດອະນຸຍາດປະຕິບັດນະໂຍບາຍພິເສດ, ສະເພາະເພື່ອປ້ອງກັນ, ຕ້ານໂລກລະບາດ

ວັນທີ 17 ພະຈິກ 2021, ລັດຖະບານ ໄດ້ມີໃບສະເໜີຍື່ນຕໍ່ຄະນະປະຈຳສະພາແຫ່ງຊາດ ປະກາດໃຊ້ມະຕິອະນຸຍາດໃຫ້ປະຕິບັດບາງກົນໄກ, ນະໂຍບາຍໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກ)

ວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະກຳມະການສັງຄົມ ແລະ ບາງອົງການທີ່ກ່ຽວຂ້ອງກ່ຽວກັບເລື່ອງ ລັດຖະບານ ຍື່ນສະເໜີຕໍ່ຄະນະປະຈຳ ສະພາແຫ່ງຊາດຂໍ້ອະນຸຍາດປະຕິບັດບາງກົນໄກ, ນະໂຍບາຍພິເສດ, ສະເພາະເພື່ອນຳໃຊ້ເຂົ້າໃນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ປະຕິບັດຍຸດທະສາດສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ວັນທີ 17 ພະຈິກ 2021, ລັດຖະບານ ໄດ້ມີໃບສະເໜີຍື່ນຕໍ່ຄະນະປະຈຳສະພາແຫ່ງຊາດ ປະກາດໃຊ້ມະຕິອະນຸຍາດໃຫ້ປະຕິບັດບາງກົນໄກ, ນະໂຍບາຍໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເພື່ອປະຕິບັດຍຸດທະສາດສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ:

        “ຕາມຂ້າພະເຈົ້າແລ້ວ ຕ້ອງເຮັດແຈ້ງບາງຈຸດທີ່ວ່າ ຜູ້ໃດໄດ້ຮັບການທົດລອງກວດ, ປິ່ນປົວພະຍາດຈາກທາງໄກ. ສະນັ້ນ, ຖ້າພວກເຮົາບໍ່ກຳນົດເຈົ້າກຳຢູ່ທີ່ນີ້ແມ່ນບໍ່ໄດ້. ນີ້ແມ່ນຈຸດໃໝ່, ຍັງບໍ່ທັນໄດ້ກຳນົດໃນກົດໝາຍ. ກ່ຽວຂ້ອງເຖິງຊີວິດ, ສຸຂະພາບຂອງປະຊາຊົນນັ້ນບໍ່ສາມາດເຮັດແບບທົ່ວໄປ, ກວມລວມໄດ້”.

(ແຫຼ່ງຄັດຈາກ VOV)


top