ຂ່າວສານ

ມະຕິຍຸດທະສາດ 4 ສະບັບເພື່ອໃຫ້ ຫວຽດນາມ ບຸກບືນ

ຈຸດບຸກທະລຸລວມຂອງມະຕິທັງ 4 ສະບັບແມ່ນຈິນຕະນາການພັດທະນາທີ່ໃໝ່ອ່ຽມທີ່ສຸດ.
  (ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ)  

ດ້ວຍຄວາມຕັດສິນໃຈ ແລະ ເຈດຈຳນົງຢ່າງສູງ, ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການພັດທະນາຢ່າງວັດທະນາຖາວອນ ແລະ ໝັ້ນຄົງເຂັ້ມແຂງຂອງຊາດ, ດ້ວຍ 2 ເປົ້າໝາຍພັດທະນາສະຫັດສະວັດແມ່ນ 2030 ແລະ 2045. ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ໃນໄລຍະສັ້ນໆ, ຫວຽດນາມ ໄດ້ປະກາດມະຕິ 4 ສະບັບຢ່າງຕໍ່ເນື່ອງ ດ້ວຍບາດກ້າວບຸກທະລຸຍຸດທະສາດຫຼາຍຢ່າງ, ປ່ຽນແປງດ້ານຈິນຕະນາການ, ຄວາມຮັບຮູ້ ແລະ ການກະທຳຢ່າງຮອບດ້ານ. ມະຕິ 4 ສະບັບດັ່ງກ່າວແມ່ນ “4 ມະຕິເສົາຄ້ຳ” ໃນນະໂຍບາຍເພື່ອຊ່ວຍ ຫວຽດນາມ ບຸກບືນໃນໄລຍະຈະມາເຖິງ.

ເຖິງວ່າມະຕິແຕ່ລະສະບັບແມ່ນສຸມໃສ່ຂົງເຂດຈຸດສຸມໜຶ່ງກໍ່ຕາມ, ແຕ່ມະຕິທັງ 4 ສະບັບ, ລວມມີ: ມະຕິເລກທີ 57 ກຳນົດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນເສົາຄ້ຳຂອງການເຕີບໂຕໃໝ່. ມະຕິເລກທີ 59 ເປີດກວ້າງຂອບເຂດການພັດທະນາຜ່ານການເຊື່ອມໂຍງເຂົ້າກັບສາກົນ ເປັນເຈົ້າການ, ມີຄວາມຕັ້ງໜ້າ. ມະຕິເລກທີ 66 ຮຽກຮ້ອງການສ້າງລະບອບລະບຽບການດ້ານກົດໝາຍໃຫ້ໂປ່ງໄສ, ທັນສະໄໝ, ຮັບປະກັນສິດທິມະນຸດ ແລະ ສິດທິຂອງພົນລະເມືອງ. ມະຕິເລກທີ 68 ຊຸກຍູ້ພາກພື້ນເສດຖະກິດເອກະຊົນໃຫ້ກາຍເປັນກຳລັງໜູນໃຈກາງໃຫ້ແກ່ພື້ນຖານເສດຖະກິດ, ລ້ວນແຕ່ມີເປົ້າໝາຍໜຶ່ງທີ່ວ່າ: ສ້າງພື້ນຖານໃຫ້ມີຄວາມໝັ້ນຄົງໜັກແໜ້ນ ເພື່ອໃຫ້ ຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ບັນດາການຫັນປ່ຽນຈິນຕະນາການຢ່າງໃຫຍ່ຫຼວງ ແລະ ຮອບດ້ານ

ຈຸດບຸກທະລຸລວມຂອງມະຕິທັງ 4 ສະບັບແມ່ນຈິນຕະນາການພັດທະນາທີ່ໃໝ່ອ່ຽມທີ່ສຸດ. ຕາມທ່ານປະລິນຍາເອກ ຫງວຽນຮົ່ງຫາຍ, ມະຫາວິທະຍາໄລ Vin, ນັກຮຽນຮູ້ Fulbright, ມະຫາວິທະຍາໄລ ອາເມລິກາ ແລ້ວ, ນີ້ແມ່ນບາດກ້າວຫັນປ່ຽນຈິນຕະນາການຢ່າງໃຫຍ່ຫຼວງ ແລະ ຮອບດ້ານຂອງ ຫວຽດນາມ, ສືບທອດຜົນງານ 40 ປີແຫ່ງການປ່ຽນແປງໃໝ່ທີ່ຜ່ານມາ ແລະ ສອດຄ່ອງກັບທ່າອ່ຽງທົ່ວໂລກ.

“ການປ່ຽນແປງຈິນຕະນາການໃນຄັ້ງນີ້ແມ່ນບາດກ້າວຫັນປ່ຽນຢ່າງແຮງ, ຂ້ຽວຂາດ. ການຫັນປ່ຽນນີ້ເລີ່ມມາຈາກຄວາມຕ້ອງການຂອງປະເທດຊາດ. ເມື່ອ ຫວຽດນາມ ບັນລຸໄດ້ຂັ້ນໃດໜຶ່ງ ກໍ່ຮຽກຮ້ອງໃຫ້ມີການປ່ຽນແປງເພື່ອພັດທະນາຫຼາຍກວ່າ, ຖ້າບໍ່ປ່ຽນແປງຈະຢູ່ກັບທີ່ ຫຼື ມີຄວາມສ່ຽງຫຼ້າຫຼັງ ຄືດັ່ງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຕື້ອງເຖິງເປັນຫຼາຍຄັ້ງ. ທີ 2, ແມ່ນເລີ່ມມາຈາກບັນດາການຫັນປ່ຽນຂອງພາກພື້ນ ແລະ ໃນໂລກ, ດຳເນີນໄປທັງຢູ່ແງ່ມູມການເມືອງ, ການທູດ, ວິທະຍາສາດ ແລະ ເຕັກໂນໂລຊີ”.

ພາຍຫຼັງມະຕິເລກ 68 ໄດ້ປະກາດໃຊ້ນັ້ນ, ມີນັກຊ່ຽວຊານຫຼາຍທ່ານໄດ້ຖືວ່າ ນີ້ແມ່ນການປະຕິຮູບຢ່າງແຮງທີ່ສຸດ, ສະຫງວນໃຫ້ແກ່ເສດຖະກິດພາກເອກະຊົນ, ນັບແຕ່ເມື່ອ ຫວຽດນາມ ດຳເນີນພາລະກິດແຫ່ງການປ່ຽນແປງໃໝ່ມາຮອດປະຈຸບັນ. ມະຕິເລກທີ 68 ຮຽກຮ້ອງການແກ້ໄຂຮົ້ວກີດຂວາງດ້ານລະບອບລະບຽບການໃຫ້ບໍ່ວ່າຜູ້ໃດ,ຈາກວິສາຫະກິດຂະໜາດໜ້ອຍ ຕະຫຼອດຮອດກຸ່ມບໍລິສັດໃຫຍ່, ລ້ວນແຕ່ມີສິດແກ່ງແຍ້ງສະເໝີພາບ. ສຳລັບວິສາຫະກິດພາກເອກະຊົນ, ນີ້ແມ່ນສັນຍານ ແລະ ຄຳໝັ້ນສັນຍາ “ແກ້ໄຂດ້ານລະບອບລະບຽບການ” ຢ່າງແຮງ.

“ມະຕິເລກທີ 68 ໄດ້ນຳມາເຊິ່ງຄວາມພາກພູນໃຈໃໝ່ຂອງຄວາມຫວັງທີ່ໃຫຍ່ຫຼວງທີ່ສຸດໃຫ້ແກ່ຖັນແຖວບັນດາວິສາຫະກິດຜະລິດ ເພື່ອແກ້ໄຂຈຸດອຸດຕັນຊ່ວຍໃຫ້ວິສາຫະກິດພັດທະນາ”.

“ການອອກມະຕິເລກທີ 68 ນັ້ນໄດ້ຊ່ວຍໃຫ້ປະຊາຄົມວິສາຫະກິດມີຄວາມເຊື່ອໝັ້ນ, ເພື່ອຈາກນັ້ນ ມີຄວາມຕັດສິນໃຈຫຼາຍກວ່າໃນການເປີດກວ້າງການເຄື່ອນໄຫວລົງທຶນຂອງຕົນ, ບໍ່ລັງເລໃຈ ຫາກຍົກອອກບັນດາແນວຄິດ ຫຼື ໝູນໃຊ້ບັນດາໂຄງການໃໝ່”.

“ມະຕິເລກທີ 68 ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງນັບແຕ່ກ່ອນມາຮອດປະຈຸບັນຢ່າງເຖິງທອງ ແລະ ປ່ຽນແປງທັງລະບົບຈິນຕະນາການ, ມາດຕະການແກ້ໄຂ. ມະຕິເລກທີ 68 ປະກາດໃຊ້ແມ່ນຖືກຕ້ອງ, ທັນການ. ນີ້ຈຶ່ງແມ່ນການພັດທະນາ”.

ດ້ວຍຄວາມຮັບຮູ້ບໍ່ປະໃຫ້ຈິນຕະນາການເກົ່າກີດຂວາງວິວັດການພັດທະນາ, ມະຕິເລກທີ 57 ກໍ່ເປີດຊ່ອງທາງໃຫ້ແກ່ຖັນແຖວນັກປັນຍາຊົນ, ນັກຊ່ຽວຊານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນໃຫ້ແກ່ ຫວຽດນາມ ຫຼາຍກວ່າ, ດ້ວຍບັນດາກົນໄກ, ນະໂຍບາຍບຸກທະລຸ, ບໍ່ເຄີຍມີມາກ່ອນ. ທ່ານປະລິນຍາເອກ ຫງວຽນຮົ່ງຫາຍ, ຍົກອອກທັດສະນະທີ່ວ່າ:

“ຂ້າພະເຈົ້າຄິດວ່າ ກຳລັງແຮງດ້ານພູມປັນຍາ ແລະ ແຫຼ່ງກຳລັງດ້ານເສດຖະກິດພາກເອກະຊົນຂອງ ຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບກຳລັງດ້ານພູມປັນຍາ ແລະ ແຫຼ່ງກຳລັງຢູ່ພາຍໃນປະເທດ, ຈະສ້າງກຳລັງແຮງຢ່າງໃຫຍ່ຫຼວງໃຫ້ແກ່ ຫວຽດນາມ ແລະ ເພື່ອໃຫ້ຊາດພັດທະນາ. ເສັ້ນທາງ ແລະ ພື້ນຖານທີ່ປະເທດ ແລະ ຊາດ ຫວຽດນາມ ກ້າວໄປເຖິງຄວາມເຂັ້ມແຂງຈະໄດ້ສັ້ນລົງ ແລະ ຍືນຍົງກວ່າຫຼາຍ”.

ຫັນຄວາມຄາດຫວັງໃຫ້ກາຍເປັນການກະທຳຕົວຈິງ

ໃນບົດກ່າວປາໄສທີ່ກອງປະຊຸມທົ່ວປະເທດຊາບຊຶມ ແລະ ຜັນຂະຫຍາຍມະຕິເລກທີ 66 ແລະ ມະຕິເລກທີ 68 ໃນວັນທີ 18 ພຶດສະພາ ຜ່ານມາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ, ປີ 2025 ແມ່ນປີບານພັບເພື່ອເປີດສັງກາດໃໝ່. ຕາມທ່ານແລ້ວ, ຄວາມຮັບຮູ້, ຈິນຕະນາການ ແລະ ວິໄສທັດໄດ້ມີຢູ່ແລ້ວ, ຫວຽດນາມ ຕ້ອງເດັດດຽວມີການກະທຳເພື່ອປະຕິບັດໃນຕົວຈິງ. ມະຕິ 4 ສະບັບໄດ້ປະກາດໃຊ້ນັ້ນແມ່ນບາດກ້າວທຳອິດ ແລະ ສູງທີ່ສຸດເພື່ອຫັນຄວາມຮັບຮູ້ ແລະ ວິໄສທັດດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ມະຕິ 4 ສະບັບ ບໍ່ພຽງແຕ່ມີລັກສະນະກຳນົດທິດລວມເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຕ້ອງເອື່ອຍອີງກັນໃນຕົວຈິງ. ສະນັ້ນ, ມະຕິ 4 ສະບັບນັ້ນ “ແມ່ນ 4 ເສົາຄ້ຳ” ເພື່ອຫັນຄວາມຄາດຫວັງພັດທະນາຢ່າງວັດທະນະຖາວອນ ແລະ ໝັ້ນຄົງເຂັ້ມແຂງຂອງຊາດ ຫວຽດນາມ ໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.


top