ຂ່າວສານ

ມະຕິຂອງກົມການເມືອງກ່ຽວກັບບາງແຜນນະໂຍບາຍ,ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4

      ວັນທີ 27 ກັນຍາ, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຊັນປະກາດໃຊ້ມະຕິກ່ຽວກັບບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4.

 ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ
(ພາບ: TTXVN)
      ມະຕິຊີ້ແຈ້ງວ່າ: ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢ່າງພາວະວິໄສ; ແມ່ນໜ້າທີ່ມີຄວາມໝາຍຍຸດທະສາດສຳຄັນພິເສດ, ທັງຮີບດ່ວນ ແລະ ຍາວນານຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ, ຕິດພັນກັບວິວັດການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ. ມະຕິໄດ້ວາງອອກເປົ້າໝາຍ: ນຳໃຊ້ບັນດາກາລະໂອກາດໂດຍການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້ຢ່າງມີປະສິດທິຜົນ ເພື່ອຊຸກຍູ້ວິວັດແຫ່ງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປະຕິບັດບັນດາຂອດບຸກທະລຸຍຸດທະສາດ ແລະ ຫັນປະເທດຊາດເປັນທັນສະໄໝ; ພັດທະນາເສດຖະກິດດີຈີຕອນຢ່າງແຮງ; ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງໂດຍອີງໃສ່ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ; ຍົກສູງຄຸນນະພາບການດຳລົງຊີວິດ, ສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ; ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການປົກປັກຮັກສາສິ່ງແວດລ້ອມ.
        ຕາມນັ້ນແລ້ວ, ຮອດປີ 2025: ຮັກສາການຈັດອັນດັບກ່ຽວກັບດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ (GII) ໃຫ້ນອນໃນກຸ່ມ 3 ປະເທດນຳໜ້າອາຊຽນ. ສ້າງພື້ນຖານໂຄງລ່າງດີຈີຕອນບັນລຸລະດັບກ້າວໜ້າຂອງພາກພື້ນ. ໃຫ້ນອນໃນກຸ່ມ 4 ປະເທດນຳໜ້າອາຊຽນ ໃນຕາຕະລາງລັດຖະບານເອເລັກໂຕນິກ ຕາມການຕີລາຄາຂອງສະຫະປະຊາຊາດ…
        ຮອດປີ 2030: ຮັກສາການຈັດອັນດັບກ່ຽວກັບດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ (GII) ໃຫ້ນອນໃນກຸ່ມ 40 ປະເທດນຳໜ້າໂລກ; ເສດຖະກິດດີຈີຕອນກວມເອົາ 30% GDP; ສະມັດຕະພາບແຮງງານເພີ່ມຂຶ້ນສະເລ່ຍ 7,5%/ປີ, ສຳເລັດການສ້າງລັດຖະບານເອເລັກໂຕນິກ… ຮອດປີ 2045: ຫວຽດນາມ ກາຍເປັນໜຶ່ງໃນບັນດາສູນກາງການຜະລິດ ແລະ ການບໍລິການອັດສະລິຍະ, ສູນກາງເລີ່ມທຸລະກິດ, ການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ນອນໃນກຸ່ມນຳໜ້າພາກພື້ນອາຊີ…
 (ແຫຼ່ງຄັດຈາກ VOV)


top