ຂ່າວສານ

ມະຕິກອງປະຊຸມປະຈຳເດືອນ 1/2017 ຂອງລັດຖະບານ


ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 1/2017 ຂອງ​ລັດ​ຖະ​ບານ
      ລັດ​ຖະ​ບານ​ຫາ​ກໍ່​ປະ​ກາດ​ໃຊ້​ມະ​ຕິ​ກອງ​ປະ​ຊຸມ​​ປະ​ຈຳ​ເດືອນ 1/2017 ​ ​ຂອງ​ລັດ​ຖະ​ບານ. ຕາມ​ມະ​ຕິ​ແລ້ວ, ລັດ​ຖະ​ບານ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​​ເປັນ​ເຈົ້າ​ການ​ສະ​ເໜີ​ມາດ​ຕະ​ການ​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ຫ​ຸ້ນ​ສ່ວນ, ຖອນ​ທຶນ​ຂອງ​ລັດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ລັດ​ວິ​ສາ​ຫະ​ກິດ. ບັນ​ດາ​ກະ​ຊວງ​ຄື: ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ການ​ເງິນ, ອຸດ​ສາ​ຫະ​ກຳ ກາ​ນ​ຄ້າ ແລະ ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ຕ້ອງ​ຕິດ​ຕາມ​ສະ​ພາບ​ເສດ​ຖະ​ກິດ, ກາ​ນ​ຄ້າ, ການ​ເງິນ - ເງິນ​ຕາ​ສາ​ກົນ ແລະ ພາຍ​ໃນ​ປະ​ເທດຢ່າງ​ແໜ້ນ​ແຟ້ນ ​​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ວາ​ງ​ອອກວິ​ທີ​ການ, ມາດ​ຕະ​ການ​ຮັບ​ມື​ຢ່າງ​ທັນ​ການ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຊີ້​ນຳ​, ບ​ໍ​ລິ​ຫານ​ນະ​ໂຍ​ບາຍ, ຮັບ​ປະ​ກັນ​ການ​ຄວບ​ຄຸມໄພ​ເງິນ​ເຟີ້, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຊຸກ​ຍູ້​ການ​ເຕີບ​ໂຕ, ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ, ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ເປັນ​ເຈົ້າ​ການ, ​ມີ​ໄຫວ​ພິບ, ສົມ​ທົບ​ກັບ​ນະ​ໂຍ​ບາຍ​ເງິນ​ຕາ, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ມີ​ສະ​ຖ​ຽນ​ລະ​ພາບ, ຊີ້​ນຳ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ສະ​ຫງວນ​ທຶນ​ສິນ​ເຊື່ອ​ໃຫ້​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ. ຄຽງ​ຄູ່​ກັນ​ນັ້ນ, ລັດ​ຖະ​ບານ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຊີ້​ນຳ​ຍູ້​ແຮງ​ກາ​ນ​ຜ​ະ​ລິດ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ… ຍູ້​ແຮງ​ຄົນ​ງານ​ໃຫ້​ແກ່ກ​ານ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖ​ະ​ກິດ - ສັງ​ຄົ​ມ​ປີ 2017 ຢ່າງ​ມີ​ໄຊ.
 (ແຫຼ່ງຄັດຈາກ VOV)

top