ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ມະຕິ 57 - ເປີດທາງໃຫ້ ຫວຽດນາມ ບຸກທະລຸ ໃນຍຸກ ດີຈີຕອນ

ຫຼັງຈາກເກືອບສອງປີ ຈັດຕັ້ງປະຕິບັດມະຕິ ສະບັບທີ 57-NQ/TW ຂອງ ກົມການເມືອງ (ປະກາດໃຊ້ ໃນວັນທີ 22 ທັນວາ 2024) ກ່ຽວກັບການບຸກທະລຸ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແຫ່ງຊາດ, ຫວຽດ ນາມ ກຳລັງຄ່ອຍໆ ຫັນບັນດາຂົງເຂດນີ້ ໃຫ້ກາຍເປັນແຮງ ຜັກດັນ ທີ່ສຳຄັນ ຊຸກຍູ້ການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຍົກລະ ດັບ ຄວາມສາມາດ ໃນການແຂ່ງຂັນ ແລະ ສ້າງພື້ນຖານ ໃຫ້ແກ່ ບັນດາບາດກ້າວບຸກທະລຸ ໃນຍຸກ ດີຈີຕອນ.

ຫຼັງຈາກເກືອບສອງປີ ຈັດຕັ້ງປະຕິບັດມະຕິ ສະບັບທີ 57-NQ/TW ຂອງ ກົມການເມືອງ (ປະກາດໃຊ້ ໃນວັນທີ 22 ທັນວາ 2024) ກ່ຽວກັບການບຸກທະລຸ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແຫ່ງຊາດ, ຫວຽດ ນາມ ກຳລັງຄ່ອຍໆ ຫັນບັນດາຂົງເຂດນີ້ ໃຫ້ກາຍເປັນແຮງ ຜັກດັນ ທີ່ສຳຄັນ ຊຸກຍູ້ການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຍົກລະ ດັບ ຄວາມສາມາດ ໃນການແຂ່ງຂັນ ແລະ ສ້າງພື້ນຖານ ໃຫ້ແກ່ ບັນດາບາດກ້າວບຸກທະລຸ ໃນຍຸກ ດີຈີຕອນ.

ກົມການເມືອງ ຈັດກອງປະຊຸມທົ່ວປະເທດ ສະຫຼຸບ 1 ປີ 6 ເດືອນການຈັດຕັ້ງປະຕິບັດມະຕິເລກທີ 57-NQ/TW, ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ວ່າດ້ວຍການສ້າງບາດກ້າວບຸກທະລຸ ໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນ ດີຈີຕອນແຫ່ງຊາດ. ພາບ: ເຟືອງຮວາ/VNA

ບໍ່ພຽງແຕ່ຢຸດຢູ່ທີ່ກຳນົດທິດວິໄສທັດເທົ່ານັ້ນ, ມະຕິສະບັບທີ 57-NQ/TW ໄດ້ກາຍເປັນ “ກະແສຊີວິດໃໝ່” ຢ່າງແທ້ຈິງ, ແກ້ໄຂ ບັນ ດາຈຸດອຸດຕັນ ດ້ານກົດບັນຍັດ ແລະ ກະຕຸ້ນແຫຼ່ງກຳລັງສ້າງສັນ ຢູ່ ທົ່ວທຸກຂະແໜງອາຊີບ, ຂົງເຂດ, ທ້ອງຖິ່ນ, ເປີດທາງນຳພາ ປະ ເທດຊາດ ກ້າວເຂົ້າສູ່ຍຸກສະໄໝ ແຫ່ງການພັດທະນາ ບຸກທະລຸ ຢ່າງໄວວາ, ແຂງແຮງ, ຍືນຍົງ ດ້ວຍວິທະຍາສາດ-ເຕັກໂນໂລຊີ, ນະ ວັດຕະກຳ ແລະ ການຫັນເປັນ ດີຈີຕອນ.  

ການປະກາດໃຊ້ ມະຕິສະບັບທີ 57-NQ/TW ຖືກກັບເວລາ ຊ່ວງ ສໍາຄັນຍິ່ງ ກໍ່ໃຫ້ຄຸນຄ່າຍຸດທະສາດ ຢ່າງໃຫຍ່ຫຼວງ. ນະໂຍບາຍ ເດັດຂາດນີ້ ບໍ່ພຽງແຕ່ຢັ້ງຢືນພາລະບົດບາດ ແມ່ນສູນກາງ ຂອງ ວິທະຍາສາດ, ເຕັກໂນໂລຊີ ໃນຮູບແບບການເຕີບໂຕໃໝ່ເທົ່ານັ້ນ, ແຕ່ສຳຄັນກວ່ານັ້ນ, ມັນໄດ້ປ່ຽນແປງ ຈິນຕະນາການ ການຄຸ້ມ ຄອງ ຢ່າງສິ້ນເຊີງ, ສ້າງສະພາບແວດລ້ອມທາງດ້ານກົດໝາຍທີ່ ເອື້ອອໍານວຍ, ແກ້ໄຂຂໍ້ຄົງຄ້າງ, “ປົດລັອກ” ຊັບພະຍາກອນທາງ ສັງຄົມ ໃຫ້ແກ່ການພັດທະນາ ເຕັກໂນໂລຊີ; ບົດບາດ ຂອງ ລັດ ປ່ຽນຈາກການເຮັດແທນ ມາເປັນ ບົດບາດຜູ້ນຳ, ຊຸກຍູ້, ສ້າງສັນ ແລະ ສ້າງສະພາບແວດ ລ້ອມທີ່ເອື້ອອຳນວຍ.

ແຂວງກ່າເມົາ ຊຸກຍູ້ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ຫັນເປັນ ດີຈີຕອນໃນການລ້ຽງກຸ້ງ, ເຮັດໃຫ້ຈິດໃຈມະຕິເລກທີ 57-NQ/TW ປະກົດຜົນເປັນຈິງ, ມຸ່ງໄປສູ່ການພັດທະນາຂະແໜງກຸ້ງແບບຍືນຍົງ, ຍົກສູງມູນຄ່າການສົ່ງອອກ ແລະ ນຳພາທ້ອງຖິ່ນກາຍເປັນສູນກາງອຸດສາຫະກຳກຸ້ງຂອງທົ່ວປະເທດ. ພາບ: ຫວູຊິງ/VNA
ແຂວງ ຫວິງລອງ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ 4.0 ແລະ ຫັນເປັນ ດີຈີຕອນໃນການຜະລິດກະສິກຳ, ຜັນຂະຫຍາຍຈິດໃຈມະຕິເລກທີ 57-NQ/TW, ປະກອບສ່ວນຍົກສູງປະສິດທິຜົນການປູກຝັງ, ປະຫຍັດຄ່າໃຊ້ຈ່າຍ ແລະ ມຸ່ງໄປສູ່ພື້ນຖານກະສິກຳສີຂຽວ, ຍືນຍົງ. ພາບ: ແທັງຮ່ວາ/VNP

 

ສະຫຼຸບຢູ່ກອງປະຊຸມທົ່ວປະເທດ ກວດຄືນໄລຍະ 1 ປີ 6 ເດືອນ ຂອງການ ຜັນຂະຫຍາຍ ປະຕິບັດມະຕິ ສະບັບທີ 57-NQ/TW, ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນ ອີກຄັ້ງໜຶ່ງວ່າ ໃນສະພາບການແຂ່ງຂັນ ເຕັກໂນໂລຊີ ລະດັບໂລກ ທ່ີດຳເນີນໄປຢ່າງໄວວາ, ນັບມື້ນັບຮຸນແຮງຂຶ້ນ, ໄລຍະຫ່າງ ການ ພັດທະນາ ມີຄວາມສ່ຽງ ນັບມື້ນັບເພີ່ມຂຶ້ນ, ການຜັນຂະຫຍາຍ ປະຕິບັດມະຕິ ສະບັບທີ 57-NQ/TW ບໍ່ອາດຊັກຊ້າໄດ້, ມັນຮຽກ ຮ້ອງ ໃຫ້ມີຄວາມມຸ່ງໝັ້ນ ທີ່ເດັດດ່ຽວ, ການດຳເນີນງານທີ່ ແຂງ ແຮງກວ່າ ເພື່ອຮັບປະກັນໃຫ້ຜົນໄດ້ຮັບທີ່ແທ້ຈິງ ແລະ ມີປະສິດ ທິຜົນ.ຄວາມມຸ່ງໝັ້ນນີ້ ຄືເປົ້າໝາຍເພື່ອໃຫ້ວິທະຍາສາດ, ເຕັກ ໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ໃຫ້ກາຍ ເປັນກຳລັງຂັບເຄື່ອນ ການພັດທະນາ ອັນແຂງແກ່ນຂອງ ປະເທດ ຊາດ ໃນໄລຍະໃໝ່, ປະກອບສ່ວນ ເຂົ້າໃນການເຕີບໂຕ ທີ່ວ່ອງ ໄວ, ຍືນຍົງ, ເຂັ້ມແຂງ ແລະ ສີວິໄລ.  

ຈິດໃຈ ຂອງມະຕິ ສະບັບທີ 57-NQ/TW ກຳລັງຄ່ອຍໆ ປະກົດ ຜົນເປັນຈິງ ຢູ່ບັນດາທ້ອງຖິ່ນ ຜ່ານການພັດທະນາ ລະບົບນິ ເວດ ນະວັດຕະກຳ, ຊຸກຍູ້ການຫັນເປັນ ດີຈີຕອນ ແລະ ຂະຫຍາຍການ ນຳໃຊ້ເຕັກໂນໂລຊີ ເຂົ້າໃນຊີວິດ, ການຜະລິດ. ພື້ນຖານໂຄງຮ່າງ ດີຈີຕອນ ສືບຕໍ່ໄດ້ຮັບການເພີ່ມທະວີ, ດ້ວຍຈຳນວນຜູ້ໃຊ້ ບໍລິການ 5G ຢູ່ ຫວຽດນາມ ບັນລຸ 27,2 ລ້ານຄົນ ໃນເດືອນ ສິງຫາ 2026, ສ້າງພື້ນຖານ ໃຫ້ແກ່ການພັດທະນາ ບັນດາບໍລິການ ດີຈີຕອນ ແລະ ບັນດາຮູບແບບການຜະລິດ, ດຳເນີນທຸລະກິດ ນໍາໃຊ້ ເຕັກ ໂນໂລຊີ. ໃນລະດັບສາກົນ, ຫວຽດນາມ ຈັດຢູ່ອັນດັບທີ 43 ໃນຈຳ ນວນ 139 ພື້ນຖານ ເສດຖະກິດ ຢູ່ຕາຕະລາງຈັດອັນດັບ ດັດຊະ ນີ ນະວັດຕະກຳ ທົ່ວໂລກ (GII) ປີ 2026, ເພີ່ມຂຶ້ນໜຶ່ງ ອັນດັບ ເມື່ອທຽບກັບ ປີກ່ອນ.

 

ແຂວງ ແຄ໋ງຮ່ວາ ພວມສຸມໃສ່ລົງທຶນ, ຍົກລະດັບໂຄງລ່າງພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານ ຕາມທິດສົມທຽບ, ທັນສະໄໝ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ຊຸກຍູ້ຂະບວນການຫັນເປັນ ດີຈີຕອນ. ພາບ: ຫງວຽນແທັງ/VNA
ໃນຊຸມປີມໍ່ໆ ມານີ້, ບໍລິສັດ VNPT ລຳດົງ ຊຸກຍູ້ການພັດທະນາໂຄງລ່າງພື້ນຖານ ດີຈີຕອນ, ບັນຊີລາຍຊື່ການບໍລິການດີຈີຕອນໂດຍສະເພາະ ຜ່ານການຜັນຂະຫຍາຍບັນດາພື້ນຖານ ແລະ ມາດຕະການເຕັກໂນໂລຊີຂໍ້ມູນຂ່າວສານຮັບໃຊ້ການຫັນເປັນດີຈີຕອນ. ພາບ: ມິງກວ໋ຽດ/VNA

 

ບົນພື້ນຖານ ດັ່ງກ່າວ, ອຸດສາຫະກຳ ເຄິ່ງນຳໄຟຟ້າ ກຳລັງ ເດັ່ນ ຂຶ້ນ ຄືກັນກັບຂົງເຂດເຕັກໂນໂລຊີ ຍຸດທະສາດທີ່ດຶງດູດ ຄວາມ ເອົາໃຈໃສ່ ແລະ ແຫຼ່ງທຶນລົງທຶນ ຂອງ ຫຼາຍກຸ່ມບໍລິສັດ ສາກົນ. ບັນດາ ວິສາຫະກິດເຊັ່ນ: Intel, Amkor ແລະ Hana Micron ໄດ້ ລົງທຶນ ເຂົ້າໃນຂົງເຂດການຜະລິດ, ຫຸ້ມຫໍ່ ແລະ ກວດສອບຊິບ (chip) ຢູ່ ຫວຽດນາມ; ໃນຂະນະທີ່ Marvell, Synopsys ພ້ອມ ກັບວິສາຫະກິດອື່ນໆ ເຂົ້າຮ່ວມໃນກິດຈະກຳຄົ້ນຄວ້າ, ພັດທະນາ ແລະ ການອອກແບບໄມໂຄຣຊິບ. ຄວບຄູ່ໄປກັບກະແສ ທຶນ ສາ ກົນ, ບັນດາວິສາຫະກິດ ເຕັກໂນໂລຊີ ພາຍໃນປະເທດເຊັ່ນ: FPT ແລະ Viettel ກໍ່ກຳລັງເພີ່ມທະວີ ຄວາມສາມາດ ໃນການຄົ້ນຄວ້າ, ອອກແບບ ຊິບ, ພ້ອມທັງ ພັດທະນາ ເຕັກໂນໂລຊີ ຍຸດທະສາດ ເຊັ່ນ: ປັນຍາປະທິດ (AI) ແລະ ເຄືອຂ່າຍ 5G.  

ບັນດາຄວາມປ່ຽນແປງ ໃນພື້ນຖານໂຄງລ່າງ ດີຈີຕອນ ແລະ ບັນ ດາຂົງເຂດ ເຕັກໂນໂລຊີຍຸດທະສາດ ໄດ້ຮັບການສ່ອງແສງ ຜ່ານ ຈັງຫວະການເຕີບໂຕ ຂອງພື້ນຖານເສດຖະກິດ ດີຈີຕອນ. ຕາມ ບົດລາຍງານ e-Conomy SEA 2025 ຂອງ Google, Temasek ແລະ Bain & Company, ຍອດມູນຄ່າການຊື້-ຂາຍ ຂອງພື້ນຖານ ເສດຖະກິດ ດີຈີຕອນ ຫວຽດນາມ ຄາດວ່າ ບັນລຸ ປະມານ 39 ຕື້ ໂດລາສະຫະລັດ ໃນປີ 2025, ເພີ່ມຂຶ້ນປະມານ 17% ເມື່ອທຽບ ກັບ ປີກ່ອນ. ໃນຂະນະດຽວກັນ, ຕາມກົມສະຖິຕິ, ອັດຕາສ່ວນຄຸນ ຄ່າ ເພີ່ມຂອງເສດຖະກິດດີຈີຕອນ ໃນ ຈີດີພີ (GDP) ຫວຽດນາມ ບັນລຸປະມານ 14,02% ໃນປີ 2025. ບັນດາ ຕົວເລກນີ້ສະແດງ ໃຫ້ເຫັນວ່າ ເສດຖະກິດ ດີຈີຕອນ ນັບມື້ນັບມີ ບົດບາດສໍາຄັນ ໃນ ພື້ນຖານເສດຖະກິດ, ປະກອບສ່ວນ ສ້າງຊ່ອງຫວ່າງ ໃຫ້ແກ່ການ ປ່ຽນແປງໃໝ່ ຮູບແບບການເຕີບໂຕ ແລະ ຍົກລະດັບຄວາມສາ ມາດ ໃນການແຂ່ງຂັນ ຂອງຊາດ.

 

ພະນັກງານໂຮງໝໍ ຫວຽດນາມ - ຊູແອັດ ແນະນຳປະຊາຊົນເຮັດລະບຽບການຜ່ານເຄືອຂ່າຍອິນເຕີເນັດ. ພາບ: ກົງດາດ/VNP
ໂຮງຮຽນມັດທະຍົມຕອນຕົ້ນ ຢ໊າງຫວໍ (ຕາແສງ ຢ໊າງຫວໍ, ຮ່າໂນ້ຍ) ຜັນຂະຫຍາຍຮູບແບບ “ຫ້ອງຮຽນ ດີຈີຕອນ Google”, ມຸ່ງໄປສູ່ການກໍ່ສ້າງ “ໂຮງຮຽນດີຈີຕອນ Google – Google Reference School” ໃນສົກຮຽນ 2026-2027. ພາບ: ແທັງຕຸ່ງ/VNA

ມະຕິສະບັບທີ 57-NQ/TW ບໍ່ພຽງແຕ່ຊຸກຍູ້ ການເສີມຂະຫຍາຍ ກຳລັງພາຍໃນເທົ່ານັ້ນ, ແຕ່ຍັງປະກອບສ່ວນ ກຳນົດຈິນຕະນາ ການ ການຕ່າງປະເທດ, ການເຊື່ອມໂຍງສາກົນຂອງ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການ ຫັນເປັນ ດີຈີຕອນ. ໃນວຽກງານ ການຕ່າງປະເທດ ຂອງການນຳ ພັກ, ລັດ ແລະ ລັດຖະບານ, ບັນດາເນື້ອໃນນີ້ ນັບມື້ນັບໄດ້ຮັບ ຄວາມເອົາໃຈໃສ່, ຕິດພັນກັບການຂະຫຍາຍ ການຮ່ວມມືກັບ ບັນ ດາປະເທດ, ຄູ່ຮ່ວມມື, ກຸ່ມບໍລິສັດໃຫຍ່ ແລະ ຊຸມຊົນປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ. ພົ້ນເດັ່ນຄື ໃນປະຕິບັດງານຢູ່ ສ ອາ ເມລິກາ ແລະ ການາດາ ເມື່ອມໍ່ໆ ມານີ້, ສະຫາຍເລຂາທິການ ໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກ ທິດທາງການພັດທະ ນາ ບັນດາຂົງເຂດທີ່ໄດ້ກ່າວມາຢູ່ຂ້າງເທິງ, ພ້ອມທັງຊຸກຍູ້ການ ຊອກຫາໂອກາດການຮ່ວມມື, ແບ່ງປັນບົດຮຽນ ແລະ ລະດົມແຫຼ່ງ ກຳ ລັງສາກົນ, ຜ່ານນັ້ນປະກອບສ່ວນ ສ້າງແຮງກະຕຸ້ນຕື່ມອີກໃຫ້ ແກ່ ຫວຽດນາມ ພັດທະນາຢ່າງໄວວາ ແລະ ຍືນຍົງ ໃນຍຸກສະໄໝ ໃໝ່.

ບົດ: ແທັງຮ່ວາ - ພາບ: VNA ແລະ ເອກະສານ


top