ຈາກບົດເຂົ້າຮ່ວມການເສັງກ່ວາ 1500 ບົດ, ສະພາກຳມະການໄດ້ເລືອກເອົາ ລາງວັນ A 12 ລາງວັນ, ລາງວັນ B 56 ລາງວັນ, ລາງວັນ C 102 ລາງວັນ, ພ້ອມທັງຍ້ອງຍໍສັນລະເສີນ 46 ໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນການເຄື່ອນໄຫວໂຄສະນາບັນດາຜົນງານ, ວັນນະຄະດີ, ສິລະປະ, ສື່ມວນຊົນ.
ພິທີມອບລາງວັນປະດິດແຕ່ງ, ໂຄສະນາຜົນງານ, ວັນນະຄະດີ, ສິລະປະ, ສື່ມວນຊົນ ກ່ຽວກັບຫົວຂໍ້ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ” (ພາບ: qdnd.vn)
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890-19/5/2025), ຕອນຄ່ຳວັນທີ 19 ພຶດສະພາ ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ສົມທົບກັບສະຖານທີ່ໂທລະພາບຫວຽດນາມ ຈັດພິທີມອບລາງວັນປະດິດແຕ່ງ, ໂຄສະນາຜົນງານ, ວັນນະຄະດີ, ສິລະປະ, ສື່ມວນຊົນ ກ່ຽວກັບຫົວຂໍ້ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ” ຄັ້ງທີ 2, ໄລຍະ 2021 – 2025.
ຈາກບົດເຂົ້າຮ່ວມການເສັງກ່ວາ 1500 ບົດ, ສະພາກຳມະການໄດ້ເລືອກເອົາ ລາງວັນ A 12 ລາງວັນ, ລາງວັນ B 56 ລາງວັນ, ລາງວັນ C 102 ລາງວັນ, ພ້ອມທັງຍ້ອງຍໍສັນລະເສີນ 46 ໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນການເຄື່ອນໄຫວໂຄສະນາບັນດາຜົນງານ, ວັນນະຄະດີ, ສິລະປະ, ສື່ມວນຊົນ. ໂດຍຍາດໄດ້ ລາງວັນ B ດ້ວຍຜົນງານ “ການຂັບແທນພື້ນເມືອງຂອງຊົນເຜົ່າຜູ້ໄທຂາວ ຢູ່ ລາຍເຈົາ”, ນັກສິລະປິນ ດຽວວັນທວຽນ ຢູ່ແຂວງ ລາຍເຈົາໃຫ້ຮູ້ວ່າ:
ຂ້າພະເຈົ້າຈົດຈຳຄຳສັ່ງສອນຂອງປະທານໂຮ່ຈີມິນ “ວັດທະນະທຳແມ່ນຈິດວິນຍານຂອງຊາວເຜົ່າສ່ວນຫນ້ອຍ, ຍັງວັດທະນະທຳແມ່ນຍັງມີຊົນຊາດ, ເສຍວັດທະນະທຳແມ່ນເສຍຊົນຊາດ” ເຊິ່ງວັດນະທະຂອງຊົນເຜົ່າຜູ້ໄທພວກຂ້າພະເຈົ້າໃນເມື່ອກ່ອນ ມັນໄດ້ຢູ່ຊຶມເລິກໃນຈິດໃຈຂອງວົງຄະນະຍາດຊົນເຜົ່າ. ແຕ່ປັດຈຸບັນ ຖ້າປະໃຫ້ມັນຖືກສູນຫາຍໄປ ຊົນເຜົ່າເຮົາກໍ່ຈະຖືກສູນຫາຍໄປ. ດັ່ງນັ້ນ, ຂ້າພະເຈົ້າໄດ້ມານະພະຍາຍາມເກັບກຳ ໄປໃສເຫັນຍັງ ຂ້າພະເຈົ້າກໍ່ຈົດໄວ້, ມີບາງບົດເພງ ຂ້າພະເຈົ້າຕ້ອງ ໄປເຮືອນນັກສິລະກອນ 4 ຄົນຈິ່ງປະດິດແຕ່ງສຳເລັດ. ຕ້ອງເຮັດແນວໃດ ຈະເຮັດໃຫ້ຄົນລຸ້ນໜຸ່ມຮູ້ຄວາມເຄົາລົບນົບຖື ແລະ ວິທີນຳໃຊ້ຜົນງານນີ້ຈຶ່ງເປັນສິ່ງລ້ຳຄ່າ.