ຂ່າວສານ

ມອບ​ບັດ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່​ວາ 1000 ຄົນ​ຢູ່​ເຂດ​ຊາຍ​ແດນ

ຢູ່ພິທີ, ທ່ານ ຫວູແມັງຈື ຜູ້ອຳນວຍການອົງການປະກັນສັງຄົມ ໄດ້ເນັ້ນໜັກວ່າ ການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກແມ່ນການເຄື່ອນໄຫວທີ່ມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈແບ່ງປັນ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ ຂອງທົ່ວສັງຄົມ.
ມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ (ພາບ: TTXVN)

ຕອນບ່າຍວັນທີ 13 ພະຈິກ, ຢູ່ຕາແສງ ອີອາເກີຣາຍ, ອົງການປະກັນໄພສັງຄົມ ແຂວງ ຢາລາຍ ໄດ້ມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ່ວາ 1000 ຄົນ. ການເຄື່ອນໄຫວເພື່ອແນໃສ່ການຕອບສະໜອງຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ” ແລະ ໂຄງການ “ມອບບັດປະກັນສຸຂະພາບໃຫ້ແກ່ຄົນປະສົບກັບຄວາມຫຍຸ້ງຍາກ - ນຳບຸນເຕັດທີ່ອົບອຸ່ນມາໃຫ້ຄົນທຸກຍາກ ໃນລະດູບານໃໝ່ປີ 2026” ໂດຍອົງການປະກັນສັງຄົມ ຫວຽດນາມ ປຸກລະດົມ. 

ຢູ່ພິທີ, ທ່ານ ຫວູແມັງຈື ຜູ້ອຳນວຍການອົງການປະກັນສັງຄົມ ໄດ້ເນັ້ນໜັກວ່າ ການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກແມ່ນການເຄື່ອນໄຫວທີ່ມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈແບ່ງປັນ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ ຂອງທົ່ວສັງຄົມ. ໂຄງການກໍ່ປະກອບສ່ວນເຂົ້າໃນການແຜ່ກະຈາຍນະໂຍບາຍປະກັນສຸຂະພາບໄປຍັງປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນເຂດຫ່າງໄກ, ສອກຫຼີກ.

ໂດຍຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ທ່ານ ຫງວຽນແທັງເຟືອງ ປະທານຄະນະກຳມະການປະຊາຊົນ ຕາແສງ ອີອາ ເກີຣາຍ ໄດ້ຢັ້ງຢືນວ່າການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍປະຊາຊົນຫລຸດຜ່ອນຄ່າໃຊ້ຈ່າຍດ້ານສາທາລະນະສຸກເມື່ອເຈັບເປັນເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃນບໍລິເວນອີກດ້ວຍ.


top