ຂ່າວສານ

ມອບໂຮງຮຽນມັດທະຍົມຕອນຕົ້ນມິດຕະພາບ ລາວ - ຫວຽດ ໃຫ້ແກ່ ລາວ

ໂຮງຮຽນຫຼັງນີ້ມີມູນຄ່າ 10 ຕື້ດົ່ງ, ແມ່ນຂອງຂວັນຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່ານັ້ງ ມອບໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ເຊກອງ.
  ຄະນະການນຳນະຄອນ ດ່ານັ້ງ ແລະ ການນຳແຂວງ ເຊກອງ (ພາບ: danang.gov.vn)  

 ຜູ້ຕາງໜ້າລັດຖະບານ 2 ປະເທດ ລາວ ແລະ ຫວຽດນາມ ຫາກໍ່ມອບໂຮງຮຽນມັດທະຍົມຕອນຕົ້ນມິດຕະພາບ ລາວ - ຫວຽດ ໃຫ້ແກ່ອຳນາດການປົກຄອງເມືອງ ລາມາມ, ແຂວງ ເຊກອງ, ທາງພາກໃຕ້ຂອງ ລາວ.

ໜັງສືພິມ Vientiane Times ສະບັບອອກວັນທີ 06 ກໍລະກົດ ໄດ້ລົງຂ່າວວ່າ, ໂຮງຮຽນຫຼັງນີ້ມີມູນຄ່າ 10 ຕື້ດົ່ງ, ແມ່ນຂອງຂວັນຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່ານັ້ງ ມອບໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ເຊກອງ. ໂຮງຮຽນຫຼັງໃໝ່ຈະສະໜອງສະພາບແວດລ້ອມການສຶກສາເປັນຢ່າງດີ, ຊ່ວຍຍົກສູງມາດຕະຖານການສຶກສາ ແລະ ຊ່ວຍປົວແປງການພັດມະນາແຫຼ່ງຊັບພະນາກອນມະນຸດຢູ່ ລາວ, ພ້ອມກັນນັ້ນ, ກິດຈະກຳຍັງປະກອບສ່ວນເຂົ້າໃນເລື່ອງເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ  ຫວຽດນາມ.


top