ຂ່າວສານ

ມອບເຮືອນແຫ່ງມະຫາສາມັກຄີ, ງົວພັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກຢູ່ເຂດຊາຍແດນ

      ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມອບເຮືອນແຫ່ງມະຫາສາມັກຄີ 5 ຫຼັງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ດ້ຽນບຽນ ມອບງົວພັນ 5 ໂຕ ໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ແທັງເນືອ.
ພິທີມອບ “ເຮືອນແຫ່ງມະຫາສາມັກຄີ”, ງົວພັນ ແລະ ຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ,
ຄອບຄົວທຸກຍາກໃນບໍລິເວນ (ພາບ: nhandan.com.vn)
      ວັນທີ 27 ກຸມພາ, ຢູ່ບ້ານເໝັ່ນ, ຕາແສງ ແທງເນືອ, ເມືອງດ້ຽນບຽນ, ແຂວງ ດ້ຽນບຽນ, ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບກຳລັງທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນຈັດຕັ້ງພິທີມອບ “ເຮືອນແຫ່ງມະຫາສາມັກຄີ”, ງົວພັນ ແລະ ຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອຂ່ຳນັບຮັບຕ້ອນວັນປ້ອງກັນຊາຍແດນທົ່ວປວງຊົນຄົບຮອບ 32 ປີ (3/3/1989 – 3/3/2021), ວັນມູນເຊື້ອທະຫານປ້ອງກັນຊາຍແດນ (3/3/1959 – 3/3/2021) ຄົບຮອບ 62 ປີ, ພ້ອມທັງປະກອບສ່ວນຊ່ວຍເຫຼືອ ແລະ ແບ່ງເບົາຄວາມຫຍຸ້ງຍາກ, ລຳບາກກັບພໍ່ແມ່ປະຊາຊົນເຂດຊາຍແດນ; ເພີ່ມທະວີຄວາມສາມັກຄີລະຫວ່າງກອງທັບ - ປະຊາຊົນ ໃຫ້ຫຼາຍກວ່າອີກ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃຫ້ນັບມື້ນັບໝັ້ນຄົງ, ເຂັ້ມແຂງ.
        ທີ່ພິທີ, ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມອບເຮືອນແຫ່ງມະຫາສາມັກຄີ 5 ຫຼັງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ດ້ຽນບຽນ ມອບງົວພັນ 5 ໂຕ ໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ແທັງເນືອ. ພ້ອມກັນນັ້ນ, ບັນດາຫົວໜ່ວຍດັ່ງກ່າວ ຍັງມອບຂອງຂວັນ 105 ພູດ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນເຂດຊາຍແດນ ແລະ ອຸປະກະລະໃຫ້ແກ່ນັກສຶກສາ 11 ຄົນ./.
(ແຫຼ່ງຄັດຈາກ VOV)


top