ຂ່າວສານ

ມອບລາງວັນໃຫ້ແກ່ບັນດານັກກິລາແລ່ນ ແລະ ລານ ຫວຽດນາມ ທີ່ຍາດໄດ້ຜົນງານດີເດັ່ນຢູ່ SEA Games 30

ທີ່ SEA Games 30, ທິມແລ່ນ ແລະ ລານຫວຽດນາມ ຢຶນອັນດັບທີ 1 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.


 ນັກກິລາສັງກັດທິມແລ່ນ ແລະ ລານຫວຽດນາມ

(ພາບ: TTXVN)


ຕອນບ່າຍວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມຫວຽດນາມ, ໜັງສືພິມ ຕ່ຽນຟອງ ແລະ ສະຫະພັນແລ່ນ ແລະ ລານຫວຽດນາມ ສົມທົບກັນຈັດຕັ້ງພິທີມອບລາງວັນໃຫ້ແກ່ບັນດານັກກິລາສັງກັດທິມແລ່ນ ແລະ ລານຫວຽດນາມ ທີ່ແຂ່ງຂັນຍາດໄດ້ຜົນງານທີ່ດີຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 30 ປີ 2019 (SEA Games 30).

          ທີ່ SEA Games 30, ທິມແລ່ນ ແລະ ລານຫວຽດນາມ ຢຶນອັນດັບທີ 1 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍຜົນງານທີ່ຄວ້າໄດ້ຄື: ຫຼຽນຄຳ 16 ຫຼຽນ, ຫຼຽນເງິນ 12 ຫຼຽນ, ຫຼຽນທອງ 10 ຫຼຽນ. ກົມໃຫຍ່ກິລາກາຍຍະກຳ ໄດ້ມອບລາງວັນເປັນເງິນສົດ 10 ລ້ານດົ່ງໃຫ້ແກ່ນັກກິລາຄວ້າໄດ້ຫຼຽນຄຳ, ມອບເງິນ 7 ລ້ານດົ່ງໃຫ້ນັກກິລາຄວ້າໄດ້ຫຼຽນເງິນ ແລະ ມອບເງິນ 5 ລ້ານດົ່ງໃຫ້ແກ່ນັກກິລາຄວ້າໄດ້ຫຼຽນທອງ.

 (ແຫຼ່ງຄັດຈາກ VOV)


top