ຂ່າວສານ

ມອບລາງວັນສືີ່ມວນຊົນທົ່ວປະເທດຄັ້ງທີ 2 ປີ 2017

      ຕອນຄ່ຳວັນທີ 3 ກຸມພາ, ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ ໄດ້ດຳເນີນພິທີປະກາດ ແລະ ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ ຄັ້ງທີ 2 ປີ 2017.
ພິທີມອບລາງວັນສື່ມວນຊົນທົ່ວປະເທດ
      ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດເຈີນດ້າຍກວາງ, ພ້ອມກັບອະດີດການນຳພັກ,ລັດ, ຫົວຫນ້າອົງການຈັດຕັ້ງສູນກາງຈຳນວນຫນຶ່ງ.
      ກ່າວຄຳເຫັນທີ່ພິທີ, ທ່ານ ເຈີນກວັກເວື້ອງ, ຫົວຫນ້າຄະນະກຳມະການກວດກາສູນກາງ ຕີລາຄາວ່າ ຜ່ານ 2 ປີຈັດຕັ້ງ, ລາຍການມອບ  ລາງວັນສື່ມວນຊົນທົ່ວປະເທດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ຊີ້ນຳນຳພາຈາກບັນດາອົງຄະນະພັກ, ອົງການຈັດຕັ້ງພັກ. ທ່ານ ເຈີນກວັກເວື້ອງ ອວຍພອນບັນດານັກຂ່າວ ແລະ ໝູ່ຄະນະໄດ້ຮັບລາງວັນໃນຄັ້ງນີ້ ແລະ ຖືວ່າ: ປີ 2018 ວຽກງານກໍ່ສ້າງ ປັບປຸງພັກ ບໍ່ພຽງແຕ່ແມ່ນຫນ້າທີ່ຂອງອົງການຈັດຕັ້ງພັກທຸກຂັ້ນເທົ່ານັ້ນ ຫາກຄວນມີການເຂົ້າຮ່ວມຢ່າງຕັ້ງຫນ້າຂອງທັງລະບົບການເມືອງ, ປະຊາຊົນທຸກຊັ້ນວັນນະ, ໃນນັ້ນ ສື່ມວນຊົນມີບົດບາດສຳຄັນ.
 (ແຫຼ່ງຄັດຈາກ VOV)

top