ຂ່າວສານ

ມອບລາງວັນການເສັງປາລະໄນ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ”

      ຕອນບ່າຍວັນທີ 01 ທັນວາ, ຢູ່ນະຄອນໂຮ່ຈິມິນ, ຄະນະໂຄສະນາສຶກສາສູນກາງຫວຽດນາມ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນການເສັງປາລະໄນ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ” ປີ 2017.

ມອບລາງວັນການເສັງປາລະໄນ ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ
(ພາບ: hanoimoi.com.vn)
      ຄະນະຈັດຕັ້ງໄດ້ມອບ 33 ລາງວັນໃຫ້ບັນດາສ່ວນບຸກຄົນ, ໃນນັ້ນມີລາງວັນທີໜຶ່ງ 11 ລາງວັນ, ລາງວັນທີສອງ 11 ລາງວັນ, ລາງວັນທີສາມ 11 ລາງວັນ. ທີ່ພິທີມອບລາງວັນ, ທ່ານ ຟ້າມວັນລິງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ໃຫ້ຮູ້ວ່າ.
        “ການເສັງໄດ້ຮັບການຕ້ອນຮັບຈາກປະຊາຊົນ, ພະນັກງານສະມາຊິກພັກ ໃນທົ່ວປະເທດ. ພິເສດແມ່ນ 10 ແຂວງຊາຍແດນ ທີ່ມີພະນັກງານ, ນັກຮົບ, ນັກຮົບເກົ່າ, ນັກຮຽນ, ນັກສຶກສາຂອງ 2 ປະເທດເຂົ້າຮ່ວມ.”
        ການເສັງຖືກດຳເນີນເປັນເວລາ 7 ເດືອນ, ໄດ້ມີຜູ້ເຂົ້າຮ່ວມການເສັງກວ່າ 307.000 ຄົນ.
 (ແຫຼ່ງຄັດຈາກ VOV)

top